SOLAR II ເສີມສ້າງສິດທິແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້

ຂປລ. ພິທີນຳສະເໜີໂຄງການ SOLAR II ເພື່ອເສີມສ້າງສິດທິແຮງງານ, ການປົກປ້ອງສັງຄົມ ແລະ ສະພາບການເຮັດວຽກໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ຈັດຂຶ້ນໃນວັນທີ 29 ກັນຍາ 2026 ໂດຍໄດ້ຮັບທຶນຈາກສະຫະພາບເອີຣົບ (EU) ແລະ ດຳເນີນໂດຍອົງການແຮງງານສາກົນ (ILO) ຮ່ວມກັບ Oxfam ແລະ ພາກສ່ວນລາວ.

ໂຄງການຈະດຳເນີນໃນໄລຍະ 2026-2030 ດ້ວຍງົບປະມານ 3,5 ລ້ານເອີໂຣ ໂດຍຕໍ່ຍອດຈາກ SOLAR I ທີ່ດຳເນີນງານໃນພາກໃຕ້ລາວ ໃນໄລຍະ 2021-2024 ແລະ ເຄີຍເຂົ້າເຖິງກະສິກອນຫຼາຍກວ່າ 12.600 ຄົນ, ພ້ອມຊ່ວຍໃຫ້ແຮງງານ 806 ຄົນ ລົງທະບຽນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ.

SOLAR II ຈະຂະຫຍາຍການດຳເນີນງານໄປຍັງ 16 ເມືອງ ໃນ 7 ແຂວງ ພາກເໜືອ ແລະ ພາກກາງ ເພື່ອເຂົ້າເຖິງແຮງງານ ແລະ ຜູ້ຜະລິດຂະໜາດນ້ອຍປະມານ 32.000 ຄົນ, ໂດຍຄາດໝາຍໃຫ້ຢ່າງໜ້ອຍ 50% ເປັນເພດຍິງ ແລະ 25% ເປັນຊົນເຜົ່າ.

ໂຄງການຈະສຸມໃສ່ການເຂົ້າເຖິງ ປະກັນສັງຄົມ, ຄວາມປອດໄພ-ສຸຂະພາບໃນບ່ອນເຮັດວຽກ, ການເປັນຕົວແທນ ແລະ ການປຶກສາຫາລືທາງສັງຄົມ, ພ້ອມທັງສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການມີສ່ວນຮ່ວມ.

ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເນັ້ນວ່າ ສິດທິແຮງງານ ແລະ ການປົກປ້ອງສັງຄົມ ເປັນພື້ນຖານສຳຄັນຂອງວຽກງານທີ່ມີຄຸນຄ່າ ແລະ ການພັດທະນາແບບຍືນຍົງ. ຂະນະທີ່ EU ແລະ ILO ເນັ້ນການຕໍ່ຍອດບົດຮຽນຈາກ SOLAR I ເພື່ອຂະຫຍາຍການເຂົ້າເຖິງຂໍ້ມູນ, ການບໍລິການ ແລະ ສິດທິຂອງແຮງງານ.

ໃນໂອກາດດຽວກັນ ໄດ້ມີການປະຊຸມຄະນະກຳມະການຊີ້ນຳ ແລະ ກອງປະຊຸມວິຊາການ ເພື່ອປຶກສາຫາລືເຖິງສິ່ງທ້າທາຍຂອງແຮງງານໃນກຸ່ມເປົ້າໝາຍ ແລະ ກຳນົດທິດທາງການນຳໂຄງການໄປປະຕິບັດ.

ທີ່ມາ: ປະເທດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles