ອີງຕາມບົດລາຍງານຜົນສຳຫຼວດລະດັບໂລກ Gallup Report 2025 (ຜ່ານ World Visualized) ເປີດເຜີຍໃຫ້ເຫັນເຖິງຮອຍຍິ້ມ ແລະ ຄວາມອົບອຸ່ນຂອງປະຊາຊົນໃນແຕ່ລະປະເທດທົ່ວໂລກ:
ມາສ່ອງເບິ່ງ 5 ອັນດັບປະເທດທີ່ປະຊາຊົນ “ຍິ້ມຫຼາຍທີ່ສຸດ” ໃນໂລກ:
ອິນໂດເນເຊຍ: ຄອງອັນດັບ 1 ຂອງໂລກ ດ້ວຍຕົວເລກຮອຍຍິ້ມສູງເຖິງ 92%
ເຊເນການ: ອັນດັບ 2 ຢູ່ທີ່ 91%
ລາວ: ຕິດອັນດັບ 3 ຂອງໂລກ (ຮ່ວມກັບ ປານາມາ) ດ້ວຍຕົວເລກສູງເຖິງ 90% ສະທ້ອນໃຫ້ເຫັນເຖິງມິດໄມຕີ, ຄວາມອົບອຸ່ນ ແລະ ຄວາມເປັນມິດຂອງຄົນລາວທີ່ຕ້ອນຮັບຜູ້ຄົນດ້ວຍຮອຍຍິ້ມໃນທຸກໆມື້!
ກົວເຕມາລາ: ອັນດັບ 5 ຢູ່ທີ່ 89%
ໃນທາງກົງກັນຂ້າມກັນ, 5 ອັນດັບປະເທດທີ່ປະຊາຊົນ “ຍິ້ມໜ້ອຍທີ່ສຸດ” ໄດ້ແກ່:
ມາເຊໂດນີເໜືອ: 49%
ໄຊປຣັດເໜືອ: 48%
ຄາຊັກສະຖານ: 47%
ເລບານອນ: 42%
ຕວັກກີ: 36%
ຜົນການສຳຫຼວດນີ້ ຍິ່ງຕັກເຕືອນ ແລະ ຢືນຢັນໃຫ້ເຫັນວ່າ ປະເທດລາວ ເປັນໜຶ່ງໃນຈຸດໝາຍປາຍທາງທີ່ອົບອຸ່ນ ແລະ ເຕັມໄປດ້ວຍອິດສະຫຼະພາບແຫ່ງຮອຍຍິ້ມຢ່າງແທ້ຈິງ!
ທີ່ມາ: seasiastats


