ການປ່ອຍປາໃສ່ນາ ບໍ່ແມ່ນພຽງການເກັບອາຫານໄວ້ລ່ວງໜ້າ ແຕ່ເປັນການເຮັດກະສິກຳແບບເກື້ອກູນກັນລະຫວ່າງເຂົ້າກັບປາ, ປາຈະກິນແມງໄມ້ ແລະ ລູກຍຸງທີ່ຢູ່ໃນນ້ຳ ຊ່ວຍກຳຈັດສັດຕູຂອງຕົ້ນເຂົ້າ ຂະນະດຽວກັນ ຂີ້ປາກໍກາຍເປັນປຸ໋ຍທຳມະຊາດ ເຮັດໃຫ້ດິນອຸດົມສົມບູນ ຕົ້ນເຂົ້າຈຶ່ງເຕີບໃຫຍ່ງາມ ຊາວນາຫຼາຍຄົນຈຶ່ງໃຊ້ຢາຂ້າແມງໄມ້ແລະປຸ໋ຍເຄມີໜ້ອຍລົງ ເຊິ່ງຊ່ວຍປະຢັດຄ່າໃຊ້ຈ່າຍ ແລະ ປອດໄພຕໍ່ສຸຂະພາບທັງຜູ້ປູກ ແລະ ຜູ້ບໍລິໂພກ.
ປາທີ່ນິຍົມປ່ອຍມີຫຼາຍຊະນິດເຊັ່ນ: ປານນີນ, ປາໄນ ແລະ ປາດຸກ ເຊິ່ງເປັນປາທີ່ທົນທານແລະເຕີບໃຫຍ່ໄວໃນນ້ຳຕື້ນຂອງທົ່ງນາ, ເມື່ອລະດູຝົນໃກ້ສິ້ນສຸດລົງ ປະມານຊ່ວງ ເດືອນ 9 ຫາເດືອນ 10 ນ້ຳໃນນາເລີ່ມແຫ້ງລົງ ເຂົ້າເລີ່ມອອກຮ່ວງ ແລະ ສຸກເຫຼືອງທົ່ວທົ່ງ ນີ້ຄືຍາມທີ່ປາໃນນາໂຕໃຫຍ່ ແລະ ໄດ້ເວລາທີ່ຈະຈັບມາກິນ ຜູ້ເຖົ້າຜູ້ແກ່ ພໍ່ແມ່ ລູກຫຼານ ພາກັນລົງນາດ້ວຍໃຈຊື່ນບານ ບາງຄົນຖືເບັດ ບາງຄົນຖືສະວິງ ເດັກນ້ອຍຫຼາຍຄົນແລ່ນລຸຍຂີ້ຕົມຢ່າງມ່ວນຊື່ນ ສຽງຫົວເລາະດັງກ້ອງທົ່ວທົ່ງນາ.
ການຈັບປາໃນຍາມນີ້ບໍ່ແມ່ນພຽງແຕ່ການຫາອາຫານ ແຕ່ເປັນເວລາທີ່ຄອບຄົວ ແລະ ຍາດພີ່ນ້ອງໄດ້ມາຮ່ວມຊຸມແຊວກັນ ຄົນເຮົາໄດ້ລົມກັນ ຫົວເລາະກັນ ແລະສ້າງຄວາມຊົງຈຳດີໆໄວ້ນຳກັນ.
ການປ່ອຍປາໃສ່ນາເຂົ້າແລ້ວ ເມື່ອຮອດຍາມລົງນາຈັບປາກິນໃນຍາມເດືອນ 9 ເດືອນ 10 ສະທ້ອນເຖິງພູມປັນຍາຂອງຊາວລາວທີ່ຢູ່ຮ່ວມກັບທຳມະຊາດຢ່າງສົມດຸນ. ນາໜຶ່ງຜືນໃຫ້ທັງເຂົ້າ ໃຫ້ທັງປາ ແລະ ໃຫ້ທັງຄວາມສຸກຂອງຄອບຄົວ ຂໍໃຫ້ພວກເຮົາຊ່ວຍກັນຮັກສາປະເພນີອັນດີງາມນີ້ ເພື່ອໃຫ້ລູກຫຼານໄດ້ສືບທອດຕໍ່ໄປ.
ຮູບພາບ: Phaisouk


