ລົງເລິກເຂົ້າໄປໃນຜືນປ່າອັນອຸດົມສົມບູນຂອງປະເທດລາວ ພວກທະນີ (Gibbons) ທີ່ໜ້າຮັກຍັງຄົງຫ້ອຍໂຫນໂຕໄປມາຕາມຍອດໄມ້ສູງ ແຕ່ວ່າ… ອະນາຄົດຂອງພວກມັນກັບຍັງຫ່າງໄກຈາກຄວາມໝັ້ນຄົງ ແລະ ປອດໄພ ເນື່ອງຈາກໄພຂົ່ມຂູ່ຕ່າງໆ.
ທີ່ LCTW (ສູນກູ້ໄພ ແລະ ປົກປ້ອງສັດປ່າລາວ) ໄດ້ອຸທິດຕົນໃນການ ກູ້ໄພ, ບຳບັດ-ຟື້ນຟູ ແລະ ປົກປ້ອງ ສັດທີ່ໜ້າອັດສະຈັນຈຳພວກນີ້ຢ່າງເຕັມທີ່ ພ້ອມທັງສະໜັບສະໜູນຄວາມພະຍາຍາມທຸກວິຖີທາງໃນການອະນຸລັກປ່າໄມ້ ເຊິ່ງເປັນບ້ານຫຼັງໃຫຍ່ທີ່ພວກມັນອາໄສຢູ່.
ຂໍເຊີນຊວນທຸກທ່ານ ໝາຍວັນທີ 6 ຕຸລາ ນີ້ໄວ້ໃນປະຕິທິນຂອງທ່ານ ແລະ ກຽມພ້ອມທີ່ຈະສະແດງທ່າທີທີ່ມີຄວາມໝາຍ ເພື່ອຮ່ວມກັນອະນຸລັກ ແລະ ປົກປ້ອງທະນີໃນປະເທດລາວໃຫ້ຍືນຍົງຕໍ່ໄປ.
“ໜຶ່ງວັນ, ໜຶ່ງການກະທໍາ, ປາກົດຜົນທີ່ຍືນຍົງ”
ທີ່ມາ: LCTW


