ໃນວັນທີ 29 ກັນຍາ 2026 ຢູ່ທີ່ສະໜາມຖິ້ມຂີ້ເຫຍື້ອ ເມືອງທ່າແຂກ ( ບ້ານນາບວບ ) ຂະແໜງລ້ຽງສັດ ແລະ ການປະມົງແຂວງຄໍາມ່ວນຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ຈັດພິທີຝັງທໍາລາຍສິ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກ, ມີນໍ້າໜັກ 28 ໂຕນ ເຊິ່ງການນໍາເອົາຊີ້ນສ່ວນເຄື່ອງໃນໝູຈໍານວນ 1,400 ແພັກດັ່ງກ່າວນີ້ມາຝັງທໍາລາຍໃນຄັ້ງນີ້ ເນື່ອງຈາກວ່າ ໃນວັນທີ 28 ກັນຍາ 2026 ຄະນະສະເພາະກິດແຂວງໄດ້ສົມທົບກັບວິຊາການຂະແໜງລ້ຽງສັດ ແລະ ການປະມົງໄດ້ກວດກາ ລົດບັນທຸກສິນຄ້າທະບຽນ 12 H 02252 ຂັບໂດຍຄົນສັນຊາດຫວຽດນາມ, ເຊິ່ງຂົນສົ່ງສິນຄ້າປະເພດເຄື່ອງໃນໝູ (ກະເພາະໝູແຊ່ແຂງ) ເຊິ່ງກວດພົບຢູ່ບໍລິເວນເຂດບ້ານດົງມ່ວງໄຂ ເມືອງທ່າແຂກ ແຂວງຄໍາມ່ວນ, ສິນຄ້າດັ່ງກ່າວໄດ້ຍືດມາໄວ້ທີ່ກອງກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອປະຕິບັດຕາມແຈ້ງການດ່ວນຂອງຫ້ອງວ່າການແຂວງ ສະບັບເລກທີ 814 / ຫວຂ ລົງວັນທີ 11 ກັນຍາ 2026 ແລະ ແຈ້ງການຂອງພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ 3653 / ກສຂ ວ່າດ້ວຍການເພີ້ມທະວີ ກະກຽມຮັບມື ການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ໃນຂອບເຂດທົ່ວແຂວງ ແລະ ເປັນການປ້ອງກັນ, ເຝົ້າລະວັງການລະບາດຂອງພະຍາດອະຫິວາໝູ ອາຟຣິກາ ແລະ ອີງຕາມບັນທຶກການກວດກາຕົວຈິງໃນການຍຶດສິນຄ້າຂອງຄະນະສະເພາະກິດໃນຄັ້ງວັນທີ 28 ກັນຍາ 2026 ທາງຄະນະສະເພາະກິດ, ວິຊາການສັດຕະວະແພດ ຈິ່ງຂໍສະເໜີອະນຸຍາດທໍາລາຍສິນຄ້າດັ່ງກ່າວ, ເຊິ່ງການກວດພົບຊີ້ນສ່ວນເຄື່ອງໃນໝູໃນຄັ້ງນີ້ຖືວ່າເປັນລອ໋ດໃຫຍ່ໃນຮອບປີ.
ປະຈຸບັນທາງເຈົ້າໜ້າທີ່ກ່ຽວຂ້ອງໄດ້ທໍາການຍືດລົດບັນທຸກສິນຄ້າ ປະເພດເຄື່ອງໃນໝູ ພ້ອມທັງກັກຕົວຄົນຂັບລົດຄົນສັນຊາດຫວຽດນາມໄວ້ເພື່ອທໍາການສອບສວນສືບສວນ ແລະ ດໍາເນີນການຕາມລະບຽບກົດໝາຍຂອງ ສປປ ລາວ .
ທີ່ມາ: khammouane News


