ວັນທີ​ 30 ກັນຍາ ແມ່ນວັນແປພາສາ​ ສາກົນ!​ (International Translation Day)!

ເພື່ອລະນຶກເຖິງ ນັກບວດ ເຈີໂຣມ (St. Jerome) ຜູ້ແປຄຳພີໄບເບິນ ຈາກພາສາກຣີກ ແລະ ພາສາຮີບຣູ ເປັນພາສາລາຕິນ ເຊິ່ງຄຳພີໄບເບິນ ສະບັບຂອງນັກບວດ ເຈີໂຣມ ຫຼື ທີ່ເອີ້ນວ່າ “Vulgate” ຍັງເປັນຄຳພີສະບັບສຳຄັນຂອງ ຄຣິສຕະຈັກ ໂຣມັນຄາທໍລິກ, ລວມເຖິງເປັນການຍ້ອງຍໍຜົນງານຂອງນັກແປພາສາ ແລະ ລ່າມ ຜູ້ຫຍໍ້ໂລກທັງໜ່ວຍ ໃຫ້ນ້ອຍລົງ.

ປີ 2017 ໃນກອງປະຊຸມສະມັດຊາ​ໃຫຍ່​ ແຫ່ງສະຫະປະຊາຊາດ​ (UN)​ ຄັ້ງທີ 71 ໄດ້ມີມະຕິກຳນົດໃຫ້ວັນທີ 30 ກັນຍາ ຂອງທຸກໆປີ ເປັນວັນແປພາສາ​ ສາກົນ.​ ເຊິ່ງເປັນການໃຫ້ກຽດ ນັກບຸນ ເຈີໂຣມ ທີ່ໄດ້ເສຍຊີວິດໃນວັນທີ 30 ກັນຍາ ປີ ຄ.ສ 420.

ພາສາສາກົນທີ່ໃຊ້ເປັນສື່ກາງລະຫວ່າງປະເທດທີ່ໃຊ້ໃນອົງການສະຫະປະຊາຊາດ (UN) ມີ 6 ພາສາ ຄື: ພາສາອັງກິດ, ພາສາແອັດສະປາຍ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາຈີນ ແລະ ພາສາອາຣາບິກ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles