ກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ ພ້ອມເລັ່ງແກ້ໄຂຄອບຄົວທຸກຍາກ 5.022 ຄອບຄົວ ໃນ 3 ເມືອງ, 14 ຕາແສງ ແລະ 36 ບ້ານເປົ້າໝາຍ ຢູ່ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 28 ກັນຍາ 2026 ໂດຍມີ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງຄຳມ່ວນ ພ້ອມດ້ວຍບັນດາການນຳໃນຄະນະກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ພະແນກການຂັ້ນແຂວງ, ຄະນະປົກຄອງ 3 ເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ ແລະ ກອງເລຂາຊ່ວຍວຽກວາລະແຫ່ງຊາດ ດ້ານການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງແຂວງຄຳມ່ວນ ໄລຍະ 2027-2030, ພ້ອມທັງລາຍງານກ່ຽວກັບວ່າລະແຫ່ງຊາດ ດ້ານມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມແຜນງານແຫ່ງຊາດ, ຊຶ່ງແຜນປະຕິບັດງານແຫ່ງຊາດ ກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການ ເພື່ອຫັນຍຸດທະສາດການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄປສູ່ການປະຕິບັດຈິງ ໂດຍມີເປົ້າໝາຍແກ້ໄຂຄວາມທຸກຍາກຢ່າງຍືນຍົງພາຍໃນປີ 2030.
ສຳລັບແຂວງຄຳມ່ວນ ໄດ້ກຳນົດການແກ້ໄຂຄອບຄົວທຸກຍາກ ມີ 5.022 ຄອບຄົວ ໃນ 3 ເມືອງທຸກຍາກ ຄື: ເມືອງບົວລະພາ, ນາກາຍ ແລະ ໄຊບົວທອງ, ກວມ 14 ຕາແສງ ແລະ 36 ບ້ານເປົ້າໝາຍ ແລະ ສ້າງເມືອງທຸກຍາກໃຫ້ກາຍເປັນເມືອງພົ້ນທຸກ 1 ເມືອງຄື: ເມືອງໄຊບົວທອງ.
ທ່ານ ສົມສະອາດ ອຸ່ນສີດາ ໄດ້ເນັ້ນໃຫ້ບັນດາພະແນກການ, ຂະແໜງການ ແລະ 3 ເມືອງທຸກຍາກ ຮ່ວມກັນກໍານົດບ້ານ ແລະ ຄອບຄົວເປົ້າໝາຍ, ເກັບກໍາຂໍ້ມູນໃຫ້ຄົບຖ້ວນ ແລະ ຈັດທຳແຜນງານ-ໂຄງການໃຫ້ລະອຽດ ພ້ອມບົດອອກແບບ ແລະ ຄິດໄລ່ປະເມີນລາຄາ ເພື່ອບັນຈຸເຂົ້າໃນແຜນງົບປະມານວາລະແຫ່ງຊາດ ໄລຍະ 2027-2030.
ຂໍ້ມູນ: ຂ່າວສານແຂວງຄຳມ່ວນ


