ນະຄອນຫຼວງໂຕກຽວ-ຍີ່ປຸ່ນ ກຳລັງປະເຊີນກັບປາກົດການທາງທຳມະຊາດທີ່ຫາຍາກ ແລະ ເປັນປະຫວັດສາດ ຫຼັງຈາກທີ່ພື້ນທີ່ໃຈກາງເມືອງມີ ຝົນຕົກລົງມາຢ່າງຕໍ່ເນື່ອງຍາວນານເຖິງ 34 ມື້ເຕັມ ນັບຕັ້ງແຕ່ວັນທີ 27 ສິງຫາ ຈົນຮອດວັນທີ 29 ກັນຍາ ເຊິ່ງສາມາດທຳລາຍສະຖິຕິເກົ່າທີ່ເຄີຍຝົນຕົກຕິດຕໍ່ກັນ 33 ມື້ ເມື່ອປີ 2019.
ປາກົດການຄັ້ງນີ້ ເກີດຈາກຫຼາຍປັດໄຈທາງທຳມະຊາດທີ່ປະສົມປະສານກັນ ບໍ່ວ່າຈະເປັນອິດທິພົນຂອງພາຍຸໄຕ້ຝຸ່ນ, ແນວປະທະອາກາດໃນຊ່ວງລະດູໃບໄມ້ຫຼົ່ນ ແລະ ຄວາມກົດດັນອາກາດຕໍ່າ.
ມື້ທີ່ຝົນຕົກໜັກທີ່ສຸດ: ຄືວັນທີ 21 ກັນຍາ ທີ່ຜ່ານມາ ໂດຍປະລິມານຝົນໃນໂຕກຽວສູງເຖິງ 156 ມິນລິແມັດ ຫຼັງຈາກພະຍຸໄຕ້ຝຸ່ນຕູ້ຈຽນ (Dujuan) ໄດ້ພັດເຂົ້າສູ່ພູມິພາກຄັນໂຕ ເຮັດໃຫ້ຫຼາຍພື້ນທີ່ເກີດນ້ຳທ່ວມຂັງ, ແມ່ນ້ຳລົ້ນ ແລະ ເກີດດິນຖະລົ່ມຢ່າງຮຸນແຮງ.
ຄວາມເສຍຫາຍ: ມີລາຍງານຜູ້ເສຍຊີວິດ 14 ຄົນ ໃນບໍລິເວນພື້ນທີ່ໃກ້ຄຽງກຸ່ມໂຕກຽວ.
ຝົນອາດຈະຍັງບໍ່ຢຸດງ່າຍໆ ເນື່ອງຈາກພາກຕາເວັນອອກຂອງຍີ່ປຸ່ນ ຍັງມີແນວໂນ້ມທີ່ຈະຕ້ອງປະເຊີນກັບຝົນຕົກຕໍ່ເນື່ອງໄປຈົນເຖິງປະມານວັນທີ 1 ຕຸລາ ນີ້ ເຊິ່ງເປັນຜົນມາຈາກອິດທິພົນຂອງແນວປະທະອາກາດໃນລະດູໃບໄມ້ຫຼົ່ນ.
ແຫຼ່ງອ້າງອີງ: The Japan Times


