ການພັດທະນາທີ່ມີຄຸນນະພາບສູງຂອງເສດຖະກິດຈີນເປັນແຮງຂັບເຄື່ອນທີ່ຍືນຍົງໃຫ້ແກ່ເສດຖະກິດໂລກ

ໃນປັດຈຸບັນ, ຄວາມຂັດແຍ່ງທາງດ້ານພູມສາດການເມືອງຍັງສືບຕໍ່ແຜ່ຂະຫຍາຍ, ສະພາບການສາກົນມີຄວາມຜັນຜວນ ແລະ ປ່ຽນແປງຢ່າງຫຼວງຫຼາຍ, ຄວາມສ່ຽງຈາກຄວາມບໍ່ແນ່ນອນປະເພດຕ່າງໆກໍກຳລັງເພີ່ມທະວີຂຶ້ນ, ສົ່ງຜົນໃຫ້ເປັນອຸປະສັກຕໍ່ຂະບວນການຟື້ນຟູ ແລະ ສ້າງແຮງກົດດັນຕໍ່ການຂະຫຍາຍຕົວຂອງເສດຖະກິດໂລກ. ເຖິງວ່າເສດຖະກິດຂອງຈີນຈະຕ້ອງປະເຊີນໜ້າກັບແຮງກົດດັນດັ່ງກ່າວ, ເແຕ່ເສດຖະກິດຂອງຈີນຍັງຄົງເດີນໜ້າຝ່າກະແສຄວາມກົດດັນ, ພະຍາຍາມຊຸກຍູ້ການພັດທະນາອຸດສາຫະກຳທີ່ມີຈຸດແຂງໃຫ້ມີຂະໜາດໃຫຍ່ຂຶ້ນ. ເຊິ່ງບໍ່ພຽງແຕ່ສະໜອງສິນຄ້າທີ່ມີຄຸນນະພາບສູງໃນລາຄາທີ່ຄຸ້ມຄ່າໃຫ້ແກ່ຜູ້ບໍລິໂພກທົ່ວໂລກ ແລະ ຍັງຊ່ວຍຫຼຸດຕົ້ນທຶນໃນການຫັນປ່ຽນໄປສູ່ລະບົບສີຂຽວ ແລະ ກາກບອນຕ່ຳຂອງໂລກໄດ້ຢ່າງມີປະສິດທິຜົນເທົ່ານັ້ນ, ແຕ່ຍັງຊ່ວຍເພີ່ມແຮງຂັບເຄື່ອນທີ່ຍືນຍົງໃຫ້ແກ່ການຊຸກຍູ້ການຟື້ນຟູຂອງເສດຖະກິດໂລກ ລວມທັງການແລກປ່ຽນທາງດ້ານເສດຖະກິດ ແລະ ການຄ້າໃຫ້ມີຄວາມຈະເລີນຮຸ່ງເຮືອງອີກດ້ວຍ.

ແຮງຂັບເຄື່ອນໃໝ່ໄດ້ສ້າງຈຸດແຂງໃໝ່ໃຫ້ແກ່ເສດຖະກິດ. ຈີນຍຶດໝັ້ນການຂັບເຄື່ອນດ້ວຍນະວັດຕະກຳ, ພັດທະນາກຳລັງການຜະລິດໃໝ່ທີ່ມີຄຸນນະພາບ ແລະ ສ້າງປັດໄຈຂະຫຍາຍແຮງຂັບເຄື່ອນໃໝ່ທີ່ເຂັ້ມແຂງ. ໃນເດືອນສິງຫາ, ມູນຄ່າເພີ່ມຂອງການຜະລິດໃນຂະແໜງວົງຈອນລວມ (integrated circuits) ແລະ ອຸປະກອນອອບໂຕອີເລັກໂທຣນິກ (optoelectronic devices) ໄດ້ເພີ່ມຂຶ້ນ 101.5% ແລະ 36.1% ຕາມລຳດັບ, ໃນຂະນະທີ່ປັນຍາປະດິດໄດ້ສົ່ງເສີມຜົນຜະລິດເຊັນເຊີ ແລະ ເສັ້ນໃຍນຳແສງໃຫ້ເພີ່ມຂຶ້ນ 42.6% ແລະ 20.7% ຕາມລຳດັບ. ບັນດາອຸດສາຫະກຳ ແລະ ການຜະລິດຕະພັນໃໝ່ທີ່ສອດຄ່ອງກັບລະບົບສີຂຽວ ແລະ ກາກບອນຕ່ຳກຳລັງຂະຫຍາຍຕົວຢ່າງໄວວາ. ໃນເດືອນສິງຫາ, ມູນຄ່າເພີ່ມຂອງອຸດສາຫະກຳຜະລິດວັດສະດຸຊີວະພາບ (bio-based materials) ແລະ ອຸດສາຫະກໍາການຜະລິດ ແລະ ສະໜອງອາຍແກັສຊີວະມວນ (biomass gas) ໄດ້ເພີ່ມຂຶ້ນ 16.5% ແລະ 15.1% ຕາມລຳດັບ ແລະ ຜົນຜະລິດແບັດເຕີຣີລິທຽມ-ໄອອອນໄດ້ເພີ່ມຂຶ້ນ 57.2%. ຈີນໄດ້ສ້າງຂະໜາດກຳລັງການຜະລິດໃນຂະແໜງໂຊລາເຊວ, ແບັດເຕີຣີສຳລັບຍານພາຫະນະໄຟຟ້າ, ຍານພາຫະນະພະລັງງານໃໝ່ ແລະ ອື່ນໆທີ່ສາມາດຕອບສະໜອງຄວາມຕ້ອງການຂອງການຫັນປ່ຽນເປັນລະບົບສີຂຽວຂອງໂລກໄດ້ຢ່າງຊັດເຈນ, ກໍ່ໃຫ້ເກີດເປັນກຳລັງການຜະລິດທີ່ມີປະສິດທິຜົນ ແລະ ມີຄຸນນະພາບສູງຜ່ານຕະຫຼາດທີ່ມີການແຂ່ງຂັນທີ່ສູງ.

ແຮງຂັບເຄື່ອນໃໝ່ໄດ້ສ້າງຮູບແບບຄວາມຕ້ອງການໃໝ່. ຕະຫຼາດການບໍລິໂພກຂອງຈີນມີລະດັບ “ຄວາມອັດສະລິຍະ” ແລະ “ການຫັນປ່ຽນເປັນລະບົບສີຂຽວ” ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໃນໄລຍະ 8 ເດືອນທຳອິດ, ຍອດຂາຍຍ່ອຍຂອງອຸປະກອນສວມໃສ່ອັດສະລິຍະ (wearable devices) ຂອງບັນດາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນເກນຍັງສືບຕໍ່ຂະຫຍາຍຕົວໃນອັດຕາທີ່ສູງ, ຍອດຂາຍຍ່ອຍເຄື່ອງໃຊ້ໄຟຟ້າໃນຄົວເຮືອນທີ່ມີລະດັບປະສິດທິພາບພະລັງງານສູງ ກໍເພີ່ມຂຶ້ນຫຼາຍກວ່າ 25%. ໃນເດືອນສິງຫາ, ອັດຕາສ່ວນແບ່ງຕະຫຼາດຂອງຍານພາຫະນະພະລັງງານໃໝ່ເພີ່ມຂຶ້ນເຖິງ 65.2%, ເຊິ່ງຖືເປັນລະດັບສູງສຸດເປັນປະຫວັດການ. ຜະລິດຕະພັນອັດສະລິຍະລະດັບສູງ ແລະ ຜະລິດຕະພັນສີຂຽວກາກບອນຕ່ຳໄດ້ກາຍເປັນນາມບັດໃໝ່ຂອງການຄ້າຕ່າງປະເທດຂອງຈີນ. ໃນເຄິ່ງປີທຳອິດ, ການນຳເຂົ້າ-ສົ່ງອອກຮາດແວຄອມພິວເຕີ ເຊັ່ນ: ຊີ້ນສ່ວນອິເລັກໂຕຣນິກ ແລະ : ຊີ້ນສ່ວນຄອມພິວເຕີໄດ້ເພີ່ມຂຶ້ນ 56.6% ເມື່ອທຽບໃສ່ປີທີ່ຜ່ານມາ, ໄດ້ສົ່ງອອກຫຸ່ນຍົນໄບໂອນິກ (bionic robots) ທີ່ນໍາໃຊ້ເຕັກໂນໂລຊີ AI ທີ່ເລິກເຊິ່ງ ຫຼາຍກ່ວາ 10,000 ເຄື່ອງ. ການພັດທະນາຂະໜາດໃຫຍ່ຂອງຂະແໜງອຸດສາຫະກຳທີ່ມີຈຸດແຂງຂອງຈີນ, ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານການພັດທະນາເສດຖະກິດ ແລະ ສັງຄົມພາຍໃນປະເທດຈີນເທົ່ານັ້ນ, ແຕ່ຍັງຕອບສະໜອງຄວາມຕ້ອງການຂອງຕະຫຼາດໂລກທີ່ເພີ່ມຂື້ນອີກດ້ວຍ, ເຊິ່ງສອດຄ່ອງກັບຄວາມຕ້ອງການພື້ນຖານຂອງໂລກາພິວັດທາງເສດຖະກິດ ແລະ ການແບ່ງງານກັນໃນຕະຫຼາດສາກົນ.

ແຮງຂັບເຄື່ອນໃໝ່ໄດ້ສ້າງພື້ນທີ່ພັດທະນາໃໝ່. ພາຍໃຕ້ສະພາບການທີ່ໂລກກຳລັງເລັ່ງປ່ຽນຜ່ານໄປສູ່ລະບົບເສດຖະກິດກາກບອນຕ່ຳ ແລະ ຄວາມຕ້ອງການດ້ານການທົດແທນດ້ວຍພະລັງງານໃໝ່ຂອງບັນດາປະເທດຕ່າງໆຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ, ຈີນໄດ້ນໍາໃຊ້ລະບົບອຸດສາຫະກຳການຜະລິດທີ່ຄົບຖ້ວນ, ລະບົບຕ່ອງໂສ້ການສະໜອງທີ່ມີປະສິດທິພາບສູງ ແລະ ຂີດຄວາມສາມາດໃນການປະດິດສ້າງຢ່າງຕໍ່ເນື່ອງ, ເພື່ອສ້າງອຸດສາຫະກຳທີ່ມອບມູນຄ່າສູງ ແລະ ມີຄວາມສາມາດໃນການແຂ່ງຂັນລະດັບສາກົນ. ໃນໄລຍະ 8 ເດືອນທຳອິດຂອງປີນີ້, ມູນຄ່າລວມການນຳເຂົ້າ-ສົ່ງອອກສິນຄ້າບັນລຸເຖິງ 34,78 ພັນຕື້ຢວນ, ເຊິ່ງເພີ່ມຂຶ້ນ 17.6% ເມື່ອທຽບໃສ່ປີທີ່ຜ່ານມາ. ເມື່ອອີງຕາມປະເພດສິນຄ້າສົ່ງອອກ, ຜະລິດຕະພັນເຕັກໂນໂລຊີຂັ້ນສູງໄດ້ຊ່ວຍຊຸກຍູ້ການຂະຫຍາຍຕົວຂອງການສົ່ງອອກໃຫ້ເພີ່ມຂື້ນ 10.4%, ເຊິ່ງກວມເອົາ 54% ຂອງການເພີ່ມຂື້ນທັງໝົດ. ໂດຍສະເພາະ, ແມ່ນການສົ່ງອອກຜະລິດຕະພັນທີ່ກ່ຽວຂ້ອງກັບປັນຍາປະດິດ ເຊັ່ນ: ເຊີບເວີ, ໂມດູນອອບຕິຄອນ ແລະ ຊິ້ນສ່ວນອິເລັກໂຕຣນິກ ລ້ວນແຕ່ມີອັດຕາການຂະຫຍາຍຕົວສູງເປັນຕົວເລກສອງຫຼັກ. ຈີນກຳລັງຂະຫຍາຍການຮ່ວມມືສາກົນ ແລະ ການຄົ້ນຄວ້າພັດທະນາຮ່ວມກັນໃນຂົງເຂດປັນຍາປະດິດ, ການຜະລິດອັດສະລິຍະ ແລະ ເຕັກໂນໂລຊີສີຂຽວກາກບອນຕ່ຳ, ເພື່ອຕອບສະໜອງຄວາມຕ້ອງການດ້ານເຕັກໂນໂລຊີຂັ້ນສູງຂອງບັນດາເສດຖະກິດທີ່ພົ້ນເດັ່ນໃໝ່ ແລະ ບັນດາປະເທດກຳລັງພັດທະນາ.

ເມື່ອປະເຊີນໜ້າກັບການຟື້ນຟູຂອງເສດຖະກິດໂລກທີ່ລ່າຊ້າ ແລະ ການປັບປ່ຽນໂຄງສ້າງອຸດສາຫະກຳ, ປະເທດຕ່າງໆຈຳເປັນຕ້ອງປະຖິ້ມແນວຄິດການແຂ່ງຂັນແບບໄດ້ຝ່າຍດຽວ-ເສຍຝ່າຍດຽວ (zero-sum thinking), ຕ້ອງຍຶດໝັ້ນລັດທິຫຼາຍຝ່າຍ ແລະ ຍຶດໝັ້ນການຄ້າເສລີ, ເພື່ອໃຫ້ຜົນປະໂຫຍດຈາກການພັດທະນາກະຈາຍຕົວໄປສູ່ປະເທດຕ່າງໆໃນທົ່ວໂລກ. ຈີນຈະຍຶດໝັ້ນຕໍ່ນະໂຍບາຍພື້ນຖານແຫ່ງຊາດດ້ານການເປີດປະເທດ, ໂດຍຈະໃຊ້ການພັດທະນາຄຸນນະພາບສູງຂອງອຸດສາຫະກຳພາຍໃນປະເທດສ້າງໂອກາດໃໝ່ໃຫ້ແກ່ໂລກຫຼາຍຂຶ້ນ, ຮ່ວມກັບບັນດາປະເທດຕ່າງໆ ເພື່ອຮັກສາສະພາບແວດລ້ອມການຮ່ວມມືດ້ານອຸດສາຫະກຳສາກົນທີ່ດີ ແລະ ຮ່ວມມືກັນຊຸກຍູ້ໃຫ້ເສດຖະກິດໂລກດຳເນີນໄປຢ່າງໝັ້ນຄົງ ແລະ ຍືນຍົງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles