ເສັ້ນທາງແຫ່ງຄວາມພາກພູມໃຈ: ໃຫ້ຄຸນຄ່າກັບຄວາມຮູ້ ແລະ ພະລັງຂອງຄົນຮຸ່ນໃໝ່

ຊ່ວງເວລານີ້ຂອງປີ ມັກຈະເຕັມໄປດ້ວຍບັນຍາກາດແຫ່ງຄວາມສຸກ ແລະ ຮອຍຍິ້ມ ຂອງບັນດາບັນດິດໃໝ່ ພ້ອມດ້ວຍຄອບຄົວທີ່ພາກພູມໃຈ ໃນມື້ຮັບໃບປະກາສະນີຍະບັດ ເຊິ່ງແມ່ນໝາກຜົນຂອງຄວາມພະຍາຍາມ, ຄວາມອົດທົນ ແລະ ຫຍາດເຫື່ອແຮງຕະຫຼອດຫຼາຍປີ.

ແຕ່ໃນຂະນະດຽວກັນ, ມັນກໍເປັນຕາໜ້າເສຍດາຍທີ່ເຮົາຍັງຄົງເຫັນກະແສຄວາມຄິດບາງມຸມໃນສັງຄົມ ທີ່ມັກດ້ອຍຄ່າການສຶກສາ ຫຼື ມັກໃຊ້ຄຳເວົ້າຕັດທອນກຳລັງໃຈເຊັນ: “ຮຽນຈົບມາກໍເຕະຝຸ່ນ” ຫຼື ຄວາມເຊື່ອທີ່ວ່າ “ຮຽນ ຫຼື ບໍ່ຮຽນ ເປົ້າໝາຍດຽວກັນກໍແມ່ນເງິນຄືກັນ” ຈົນເຮັດໃຫ້ຄຸນຄ່າຂອງຄວາມຮູ້ສຶກຫຼຸດຖອຍລົງ.

ມື້ນີ້ ແອັດຈະພາທຸກທ່ານມາທົບທວນມຸມມອງຕໍ່ເລື່ອງນີ້ດ້ວຍເຫດຜົນ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກວ່າເກົ່າ:

ເປັນຫຍັງ “ໃບປະລິນຍາຕີ ແລະ ລະດັບການສຶກສາ” ຈຶ່ງຍັງມີຄວາມສຳຄັນ?

1. ກຸນແຈສູ່ຕຳແໜ່ງລະດັບສູງ ແລະ ໂຄງສ້າງມາດຕະຖານ:

• ໜ່ວຍງານລັດຖະບານ ແລະ ລະບົບວຽກງານລາຊະການ: ການສອບເສັງເຂົ້າຮັບລາຊະການ, ການເລື່ອນຂັ້ນເງິນເດືອນ ແລະ ການດຳລົງຕຳແໜ່ງບໍລິຫານ-ວິຊາການ ຍັງຄົງກຳນົດ “ວຸດທິການສຶກສາ” ເປັນເງື່ອນໄຂພື້ນຖານເພື່ອຮັບປະກັນມາດຕະຖານ.

• ອົງການຈັດຕັ້ງສາກົນ (UN, INGOs) ແລະ ບໍລິສັດຂ້າມຊາດ: ໃບປະກາດແມ່ນຫຼັກຖານຢັ້ງຢືນເຖິງຄວາມສາມາດໃນການວິເຄາະບັນຫາທີ່ຊັບຊ້ອນ ແລະ ການເຮັດວຽກຢ່າງເປັນລະບົບ.

2. ໂອກາດໃນການໄປສຶກສາຕໍ່ ແລະ ທຶນລະດັບໂລກ: ທຶນການສຶກສາຕ່າງປະເທດສ່ວນໃຫຍ່ ກຳນົດວຸດທິປະລິນຍາຕີ ແລະ ຄະແນນສະເລ່ຍເປັນດ່ານທຳອິດໃນການພິຈາລະນາ ເພື່ອກ້າວໄປສູ່ເວທີສາກົນ.

3. ສ້າງພູມຄຸ້ມກັນທາງປັນຍາ: ມະຫາວິທະຍາໄລສອນວິທີການຄົ້ນຄວ້າ, ການຄິດວິເຄາະ ແລະ ການຮຽນຮູ້ຕະຫຼອດຊີວິດ ເຊິ່ງເປັນເກາະປ້ອງກັນບໍ່ໃຫ້ຕົກເປັນເຫຍື່ອຂອງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງ.

4. ເຄືອຂ່າຍສັງຄົມທີ່ມີຄຸນນະພາບ: ການສ້າງສາຍສຳພັນໃນຮົ້ວມະຫາວິທະຍາໄລ ມັກຈະຕໍ່ຍອດໄປສູ່ໂອກາດທາງທຸລະກິດ ແລະ ການເຕີບໂຕໃນອາຊີບທີ່ໝັ້ນຄົງ.

ການທີ່ຄົນເຮົາມີເສັ້ນທາງຊີວິດທີ່ແຕກຕ່າງກັນ (ບໍ່ວ່າຈະເລືອກຮຽນສູງ ຫຼື ເລືອກສ້າງອາຊີບໃນເສັ້ນທາງອື່ນ) ມັນແມ່ນ “ສິດ ແລະ ທາງເລືອກສ່ວນບຸກຄົນ” ເຊິ່ງຄວນໄດ້ຮັບການເຄົາລົບເທົ່າທຽມກັນ.

ແທນທີ່ຈະໃຊ້ຄຳເວົ້າບັ່ນທອນຄວາມພະຍາຍາມຂອງໃຜ ການຫັນມາສົ່ງເສີມໃຫ້ກຳລັງໃຈ ແລະ ເປີດພື້ນທີ່ໃຫ້ຄົນຮຸ່ນໃໝ່ໄດ້ສະແດງຄວາມສາມາດ ຈະເປັນການສ້າງພະລັງບວກໃຫ້ແກ່ປະເທດຊາດເຮົາໄດ້ດີທີ່ສຸດເຊັ່ນດຽວກັນ.

ຂໍທ້າຍນີ້, ແອັດຂໍສະແດງຄວາມຍິນດີຢ່າງຈິງໃຈກັບບັນດາບັນດິດໃໝ່ທຸກໆທ່ານ ບໍ່ວ່າຈະເປັນ ປະລິນຍາຕີ ຫຼື ໃບກຽດນິຍົມ. ຈົ່ງເຊື່ອໝັ້ນໃນເສັ້ນທາງ ແລະ ຄວາມຕັ້ງໃຈຂອງຕົນເອງ, ຍຶດໝັ້ນໃນອຸດົມຄະຕິທີ່ດີງາມ ເພາະທຸກໆບາດກ້າວຂອງພວກນ້ອງຄືອະນາຄົດຂອງສັງຄົມເຮົາ.

“ການສົ່ງເສີມຄົນໜຶ່ງ ບໍ່ຈຳເປັນຕ້ອງໄປດ້ອຍຄ່າອີກຄົນໜຶ່ງ.”

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles