ສປ ຈີນ ປະກາດຮ່າງກົດໝາຍໃໝ່ ຫ້າມແອັບ AI ໃຫ້ບໍລິການ ໃນຮູບແບບທີ່ຄ້າຍຄືເປັນໝູ່ສະໜິດຕົວຈິງກັບເດັກອາຍຸຕ່ຳກວ່າ 18 ປີ

ບໍ່ວ່າຈະເປັນແອັບພລິເຄຊັນສົນທະນາໃນຮູບແບບໝູ່ເພື່ອນ, ແຟນ, ຫຼື ຕົວລະຄອນຈາກເກມ ແລະ ອານິເມະ ເຊິ່ງກຸ່ມຜູ້ໃຊ້ງານມີເດັກນ້ອຍປົນຢູ່ຈຳນວນຫຼາຍ.

ຕາມຮ່າງກົດໝາຍໃໝ່ທີ່ກຳລັງຖືກຈັບຕາເບິ່ງຈາກທົ່ວໂລກໄດ້ກຳນົດ 2 ຂໍ້ຫ້າມສຳຄັນ:

1. ຫ້າມໃຫ້ບໍລິການ “ແບບເປັນໝູ່ສະໜິດທີ່ຄືຕົວຈິງ”: ປິດກັ້ນບໍ່ໃຫ້ແອັບ AI Companion ເຂົ້າເຖິງ ຫຼື ໃຫ້ບໍລິການສຳລັບຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ.

2. ຫ້າມໃຊ້ Algorithm ສ້າງຄວາມຜູກພັນ: ຫ້າມແພລດຟອມຕ່າງໆ ໃຊ້ Algorithm ເກີດອາລົມເສບຕິດການໃຊ້ງານ ເຊິ່ງເປັນບັນຫາສຳຄັນທີ່ຫຼາຍປະເທດເລີ່ມຕົ້ນກັງວົນໃຈຫຼາຍຂຶ້ນເລື້ອຍໆ.

ປະເດັນນີ້ຖືເປັນບາດກ້າວສຳຄັນທີ່ສະທ້ອນໃຫ້ເຫັນວ່າ ການເຕີບໂຕຂອງ AI ໃນປັດຈຸບັນ ບໍ່ໄດ້ມີແຕ່ດ້ານຄວາມສະດວກສະບາຍເທົ່ານັ້ນ ແຕ່ຍັງຕ້ອງເຂັ້ມງວດເລື່ອງຜົນກະທົບຕໍ່ຈິດໃຈ ແລະ ສຸຂະພາບຈິດຂອງເດັກນ້ອຍໃນໄລຍະຍາວອີກດ້ວຍ.

ແຫຼ່ງທີ່ມາ: South China Morning Post

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles