ວັນທີ 22 ກັນຍາ 2026, ພະແນກກະສິກຳ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີທຳລາຍຜະລິດຕະພັນສິນຄ້າສັດ ແລະ ການປະມົງ ທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບ ຢູ່ທີ່ດ່ານກັກກັນສັດດົງໂພສີ ໂດຍມີ ທ່ານ ແສງເພັດ ຈັນທະເສນ ຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຜະລິດຕະພັນດັ່ງກ່າວ ຖືກພົບໃນວັນທີ 21 ກັນຍາ 2026 ໂດຍເຈົ້າໜ້າທີ່ສັດຕະວະແພດ ຮ່ວມກັບເຈົ້າໜ້າທີ່ພາສີ ແລະ ຕຳຫຼວດກວດກາຄົນເຂົ້າ-ອອກເມືອງ ປະຈຳດ່ານສາກົນຂົວມິດຕະພາບລາວ-ໄທ
ການກວດກາພົບສິນຄ້າຢູ່ເທິງລົດຕູ້ ໝາຍເລກທະບຽນ ກຮ 0663 ນະຄອນຫຼວງວຽງຈັນ.
ຜ່ານການກວດກາຕົວຈິງ ພົບວ່າ ມີເຄື່ອງໃນໄກ່ 240 ກິໂລກຣາມ, ໄສ້ກອກໝູສົ້ມ 100 ກິໂລກຣາມ, ຍໍ່ຂາວງົວ-ຄວາຍ 80 ກິໂລກຣາມ ແລະ ຊີ້ນໄກ່ບົດ 20 ກິໂລກຣາມ, ລວມນ້ຳໜັກທັງໝົດ 440 ກິໂລກຣາມ.
ຈາກການກວດກາເອກະສານ ພົບວ່າເອກະສານນຳເຂົ້າບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນຕາມລະບຽບ. ດັ່ງນັ້ນ ເຈົ້າໜ້າທີ່ສັດຕະວະແພດຈຶ່ງໄດ້ຍຶດຜະລິດຕະພັນທັງໝົດ ແລະ ນຳມາດຳເນີນການທຳລາຍຖິ້ມຕາມຂັ້ນຕອນ.
ການດຳເນີນການຄັ້ງນີ້ ເປັນການກວດກາຄວບຄຸມການນຳເຂົ້າສິນຄ້າສັດ ເພື່ອໃຫ້ສິນຄ້າທີ່ນຳເຂົ້າຜ່ານດ່ານມີເອກະສານ ແລະ ປະຕິບັດຕາມລະບຽບທີ່ກຳນົດ.
ທີ່ມາ: ເສດຖະກິດການຄ້າ


