ໃນຍຸກທີ່ການຫຼອກລວງຮັບສະໝັກວຽກ ແລະ ການຄ້າມະນຸດ ມີການແຜ່ລະບາດຜ່ານຊ່ອງທາງອອນລາຍຫຼາຍຂຶ້ນ ປ້າຍໂຄສະນາໃຫ້ຄວາມຮູ້ສະບັບໜຶ່ງ ໄດ້ນຳສະເໜີ 5 ວິທີ ທີ່ຊຸມຊົນອອນລາຍສາມາດຊ່ວຍຢຸດຢັ້ງບັນຫາດັ່ງກ່າວໄດ້ ດັ່ງນີ້:
1. ສັງເກດເຫັນສັນຍານອັນຕະລາຍກ່ອນລ່ວງໜ້າ:
ຊຸມຊົນທ້ອງຖິ່ນ ແລະ ຊຸມຊົນອອນລາຍສາມາດແບ່ງປັນການເຕືອນໄພ ກ່ຽວກັບການຕົວະຍົວະຫຼອກລວງ ພ້ອມທັງກົດຟ້ອງໂພສປະກາດຮັບສະໝັກທີ່ໜ້າສົງໄສ ໃນສື່ສັງຄົມອອນລາຍ ແລະ ເວັບໄຊທາງການໄດ້.
2. ການເຕືອນຄົນອື່ນກ່ອນທີ່ຈະສວຍເກີແກ້:
ເຈົ້າໜ້າທີ່, ເວທີສົນທະນາທີ່ນຳພາໂດຍໄວໜຸ່ມ ແລະ ຜູ້ສ້າງເນື້ອຫາ ສາມາດປູກຈິດສຳນຶກໄດ້ ໂດຍການເປີດໂປງການຫຼອກລວງອອນລາຍ ແລະ ສັນຍານອັນຕະລາຍຕ່າງໆ
3. ການຕິດຕາມການຫຼອກລວງດິຈິຕອນໃນເວລາຈິງ
ອົງການຈັດຕັ້ງທາງສັງຄົມ ສາມາດນຳໃຊ້ເຄື່ອງມືທັນສະໄໝເຊັ່ນ: ແຜນທີ່ດິຈິຕອນ, ປັນຍາປະດິດ (AI) ແລະ ແມັດຊິນເລີນນິງ (ການຮຽນຮູ້ຂອງເຄື່ອງຈັກ) ເພື່ອກວດຫາ ແລະ ຕາມຫາການຫຼອກລວງອອນລາຍໄດ້
4. ການສ້າງພື້ນທີ່ປອດໄພສຳລັບຜູ້ຊອກຫາວຽກເຮັດງານທຳ:
ຊຸມຊົນດິຈິຕອນ ແລະ ກຸ່ມຜູ້ເຄື່ອນຍ້າຍຖິ່ນຖານ ສາມາດສະໜອງພື້ນທີ່ທີ່ເຊື່ອຖືໄດ້ ໃນການກວດສອບຂໍ້ສະເໜີວຽກງານ ແລະ ການລາຍງານຄວາມສ່ຽງ
5. ການມີສ່ວນຮ່ວມກັບແພລດຟອມວຽກງານ ແລະ ສື່ສັງຄົມອອນລາຍ ພ້ອມທັງລາຍງານ:
ຊຸມຊົນສາມາດປະຕິບັດ ແລະ ຮຽກຮ້ອງໃຫ້ມີການກວດສອບທີ່ເຂັ້ມງວດຂຶ້ນ ເພື່ອຢືນຢັນຕົວຕົນນາຍຈ້າງ, ລົບໂຄສະນາປອມ ແລະ ຕິດປ້າຍກຳກັບ (ຫຼືລາຍງານ) ໂພສທີ່ບໍ່ມີຄວາມໜ້າເຊື່ອຖືໄດ້
ຄວາມສຳຄັນ ຜ່ານ 5 ວິທີດັ່ງກ່າວ ສະແດງໃຫ້ເຫັນວ່າ ການຕ້ານການຄ້າມະນຸດ ແລະ ການຫຼອກລວງອອນລາຍ ບໍ່ແມ່ນໜ້າທີ່ຂອງພາກລັດ ຫຼື ໜ່ວຍງານຢ່າງດຽວ ແຕ່ທຸກຄົນໃນຖານະສະມາຊິກຊຸມຊົນອອນລາຍ ກໍສາມາດມີສ່ວນຮ່ວມ ໃນການສັງເກດ, ເຕືອນໄພ, ລາຍງານ ແລະ ປົກປ້ອງກັນ ແລະ ກັນໄດ້.


