7 ເດືອນຕົ້ນປີ ແຮງງານລາວຢູ່ຕ່າງປະເທດ ສົ່ງເງິນກັບຄືນປະເທດ ກວ່າ 500ລ້ານໂດລາ

​ວັນທີ​ 22​ ກັນຍາ​ 2026​ ທີ່ຜ່ານມາ: ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບ ອົງການຈັດຕັ້ງສາກົນ ໄດ້ຈັດກອງປະຊຸມຄະນະກຳມະການຊີ້ນໍາໂຄງການຮ່ວມມືສາມຝ່າຍໃນອາຊຽນ ເພື່ອການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ມີປະສິດທິຜົນ (TRIANGLE Partnerships 2026-2031) ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ອານຸສອນ ຄຳສິງສະຫວັດ, ຫົວໜ້າກົມການຈັດຫາງານ, ພ້ອມດ້ວຍຜູ້ຕາງໜ້າຈາກຄະນະຜູ້ຕາງໜ້າອົດສະຕຣາລີ ປະຈໍາອາຊຽນ, ຫ້ອງການຮ່ວມມືສະວິດເຊີແລນ, ອົງການ ILO, ສະມາຄົມທຸລະກິດບໍລິການຈັດຫາງານລາວ ແລະ ສູນ MRC ຈາກບັນດາແຂວງ.

ໃນໄລຍະ 7 ເດືອນຕົ້ນປີ 2026, ແຮງງານລາວຢູ່ຕ່າງປະເທດໄດ້ສົ່ງເງິນກັບຄືນປະເທດ ຄາດກະວ່າສູງເຖິງ 500,699,744 ໂດລາສະຫະລັດ, ເຊິ່ງເປັນສ່ວນຮ່ວມຢ່າງຫຼວງຫຼາຍໃນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

ປີ 2025 ມີແຮງງານລາວໄປເຮັດວຽກຢູ່ຕ່າງປະເທດແບບຖືກຕ້ອງ 149,294 ຄົນ (ຍິງ 79,607 ຄົນ) ແລະ ໃນປີ 2026 (ຮອດເດືອນ 9) ມີຈຳນວນ 112,436 ຄົນ (ຍິງ 55,904 ຄົນ).

ທິດທາງການພັດທະນາ ແລະ ການຄຸ້ມຄອງ: ເຖິງວ່າຈະປະເຊີນກັບສິ່ງທ້າທາຍຈາກໄພພິບັດທາງທຳມະຊາດ ແລະ ວິກິດເສດຖະກິດໂລກ, ກະຊວງ ແຮງງານ​ ແລະ​ ສະຫວັດດີການສັງຄົມ ໄດ້ເລັ່ງຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ແລະ ປັບປຸງນິຕິກຳ (ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການຈັດຫາງານ, ດຳລັດວ່າດ້ວຍການຈັດຫາງານ) ເພື່ອປົກປ້ອງສິດຜົນປະໂຫຍດຂອງແຮງງານ.

ດ້ານ​ ໂຄງການ TRIANGLE Partnerships (2026-2031): ກໍ່ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ (DFAT), ອົງການສະວິດເຊີແລນ (SDC) ແລະ ອົງການ ILO ເພື່ອຈັດຕັ້ງປະຕິບັດໃນ 8 ປະເທດອາຊຽນ (ລວມທັງລາວ) ແນ່ໃສ່ຍົກລະດັບຝີມື, ການປົກປ້ອງສິດທິ, ແລະ ສ້າງລະບົບຄຸ້ມຄອງແຮງງານເຄື່ອນຍ້າຍໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບສູງສຸດ.

​ທີ່ມາ: ຂ່າວສານ ຮສສ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles