ລາວ-ຈີນ ເປີດເຊື່ອມລະບົບຊຳລະ e-CNY ຂ້າມແດນ ເພີ່ມຄວາມສະດວກການຄ້າ-ທ່ອງທ່ຽວ-ລົງທຶນ

ໃນວັນທີ 18 ກັນຍາ 2026, ພາຍໃຕ້ກອງປະຊຸມການຮ່ວມມື ແລະ ພັດທະນາດ້ານການເງິນ ຈີນ-ອາຊຽນ ປະຈຳປີ 2026 ທີ່ນະຄອນໜານນິງ ເຂດກວາງຊີ ປະເທດຈີນ, ໄດ້ຈັດພິທີເປີດການເຊື່ອມລະບົບຊຳລະດິຈິຕອນຂ້າມແດນລະຫວ່າງ ລາວ-ຈີນ ໂດຍເຊື່ອມເງິນຢວນດິຈິຕອນ (e-CNY) ຂອງຈີນເຂົ້າກັບລະບົບຊຳລະ QR ຂອງລາວ.

ພິທີດັ່ງກ່າວມີ ທ່ານ ສຸລິສັກ ທຳນຸວົງ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ແລະ ທ່ານ LU Lei, ຮອງຜູ້ວ່າການທະນາຄານປະຊາຊົນຈີນ, ພ້ອມດ້ວຍຜູ້ແທນຈາກພາກລັດ ແລະ ສະຖາບັນການເງິນຂອງສອງປະເທດເຂົ້າຮ່ວມ.

ພາຍໃນພິທີ ໄດ້ມີການລົງນາມສັນຍາລະຫວ່າງ DCI ແລະ LAPNet ເພື່ອເຊື່ອມຕໍ່ລະບົບຊຳລະຂ້າມແດນດ້ວຍ e-CNY ສຳລັບພາກປະຊາຊົນ. ໃນໄລຍະແລກ ຜູ້ໃຊ້ e-CNY wallet ຈາກຈີນສາມາດສະແກນ Lao QR ເພື່ອຊຳລະຄ່າສິນຄ້າ ແລະ ບໍລິການຢູ່ຮ້ານຄ້າທີ່ຮອງຮັບໃນລາວ. ລະບົບຈະດຳເນີນການແລກປ່ຽນ ແລະ ຊຳລະຕາມກົນໄກຂອງລະບົບການເງິນ ໂດຍຮ້ານຄ້າໃນລາວຍັງຮັບເງິນຕາມລະບົບສະກຸນເງິນລາວ.

ພ້ອມກັນນັ້ນ ຍັງໄດ້ເປີດການທົດລອງໃຊ້ລະບົບ CBETS (Cross-border e-CNY Transfer Services) ສຳລັບການໂອນເງິນພາກທຸລະກິດ, ການຄ້າ, ການລົງທຶນ ແລະ ການເງິນຂ້າມແດນ. ການທົດລອງຈະເລີ່ມກັບບາງສະຖາບັນ ແລະ ບໍລິສັດຈີນທີ່ລົງທຶນຢູ່ ສປປ ລາວ. ລະບົບ CBETS ຖືກອອກແບບໃຫ້ຫຼຸດຂັ້ນຕອນຕົວກາງໃນການຊຳລະຂ້າມແດນ, ເພີ່ມປະສິດທິພາບການຊຳລະ ແລະ ຊ່ວຍໃຫ້ການຕິດຕາມທຸລະກຳມີຄວາມຊັດເຈນຂຶ້ນ.

ທ່ານ ສຸລິສັກ ທຳນຸວົງ ໄດ້ເນັ້ນວ່າ ການເປີດການຊຳລະຂ້າມແດນດ້ວຍ e-CNY ເປັນອີກບາດກ້າວໃນການຮ່ວມມືດ້ານການເງິນລາວ-ຈີນ ໂດຍສາມາດເພີ່ມທາງເລືອກໃນການຊຳລະໃຫ້ແກ່ປະຊາຊົນ, ນັກທ່ອງທ່ຽວ, ພາກທຸລະກິດ ແລະ ນັກລົງທຶນ. ພ້ອມທັງເສີມການທົດລອງການຊຳລະ ແລະ ໂອນເງິນຜ່ານ CBETS ສຳລັບການຄ້າ ແລະ ການລົງທຶນ.

ການເຊື່ອມລະບົບຄັ້ງນີ້ ເປັນຜົນຈາກການຮ່ວມມືຂອງທະນາຄານກາງຂອງສອງປະເທດ ໃນການພັດທະນາການຊຳລະດິຈິຕອນຂ້າມແດນ ແລະ ຄາດວ່າຈະເພີ່ມຊ່ອງທາງໃນການຊຳລະສຳລັບການໄປມາຫາສູ່ກັນ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ລາວ-ຈີນ.

ທີ່ມາ: ທະນາຄານແຫ່ງ ສປປ ລາວ – Bank of the Lao PDR

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles