ໃນຍຸກທີ່ເຕັກໂນໂລຊີກ້າວກະໂດດໄປຢ່າງວ່ອງໄວ, ສປຈີນ ໄດ້ສ້າງຄວາມຮືຮາອີກຄັ້ງດ້ວຍການເປີດແນວຄິດສຸດລ້ຳ “ໂຮງຮຽນອະນຸບານຫຸ່ນຍົນ” ຕັ້ງຢູ່ສວນສາທາລະນະໂຊກັງ ທີ່ປັກກິ່ງ ເຊິ່ງເປັນພື້ນທີ່ຝຶກຝົນໃຫ້ຫຸ່ນຍົນຮຽນຮູ້ ແລະ ປັບຕົວເຂົ້າກັບໂລກແຫ່ງຄວາມເປັນຈິງແຫ່ງທຳອິດຂອງໂລກ.
ຈຸດເດັ່ນ ແລະ ເທັກໂນໂລຊີສຸດລ້ຳ
1. ຮຽນຮູ້ດ້ວຍການລອງຜິດລອງຖືກ: ຕ່າງຈາກສູນຝຶກແບບເກົ່າທີ່ໃຊ້ການລຽນແບບມະນຸດ ຫຼື ເກັບຂໍ້ມູນແບບອັອບລາຍ (ເຊິ່ງເຮັດໃຫ້ຄວາມສະຫຼາດແຂງກະດ້າງ), ຢູ່ທີ່ນີ້ຫຸ່ນຍົນຫຼາຍກວ່າສິບໂຕຈະໄດ້ຝຶກຝົນຢ່າງຈິງຈັງ ເພື່ອໃຫ້ພວກມັນສາມາດຮັບມືກັບສະພາບແວດລ້ອມທີ່ປ່ຽນແປງ ແລະ ປັບຕົວໄດ້ຕະຫຼອດເວລາ.
2. ຜິວໜັງອີເລັກໂທຣນິກຂັ້ນສູງ: ຕິດຕັ້ງລະບົບຮັບສຳຜັດພິເສດ ຊ່ວຍໃຫ້ຫຸ່ນຍົນສາມາດຮັບຮູ້, ຄາດການ ແລະ ຫຼີກລ້ຽງສິ່ງກີດຂວາງໄດ້ຢ່າງປອດໄພ ເຊິ່ງສຳຄັນຫຼາຍເມື່ອຕ້ອງນຳໄປໃຊ້ງານຈິງພາຍໃນບ້ານເຮືອນ.
3. ຈົບການສືກສາແລ້ວພ້ອມປະຕິບັດງານຈິງ.
ເຖິງແມ່ນວ່າໃນວົງການເຕັກໂນໂລຊີຈະມີສູນຝຶກ ຫຼື ຫ້ອງທົດລອງຫຸ່ນຍົນຫຼາຍແຫ່ງແລ້ວ, ແຕ່ໂຄງການ “ໂຮງຮຽນອະນຸບານຫຸ່ນຍົນ” ທີ່ສວນໂຊກັງນີ້ ຖືກຍົກຍ້ອງວ່າເປັນ ມິຕິໃໝ່ແຫ່ງທຳອິດຂອງໂລກ ທີ່ເນັ້ນການໃຊ້ “ຜິວໜັງອີເລັກໂທຣນິກ” ໃຫ້ຫຸ່ນຍົນໄດ້ພັດທະນາທັກສະການຮັບສໍາຜັດ, ປັບຕົວເຂົ້າກັບສະພາບແວດລ້ອມຕົວຈິງ ແລະ ພັດທະນາຄວາມສະຫຼາດດ້ວຍຕົນເອງແບບອອນລາຍ ໂດຍບໍ່ຕ້ອງອີງໃສ່ພຽງແຕ່ການຮຽນແບບມະນຸດແບບ-ແບບເກົ່າອີກຕໍ່ໄປ.
ທີ່ມາ: TNN Tech


