ຂ່າວດີ! ໂຮງໝໍມະໂຫສົດ ໄດ້ຮ່ວມມືກັບ ມູນນິທິພັດທະນາແມ່ຍິງຈີນ (Mother’s Smile Action) ແລະ ມູນນິທິພັດທະນາລ້ານຊ້າງ-ແມ່ຂອງ ຈັດໂຄງການກຸສົນຄັ້ງໃຫຍ່ “ຮອຍຍິ້ມຂອງແມ່-ຄວາມຮັກ ໃນ ສປປ ລາວ” ເພື່ອໃຫ້ບໍລິການຜ່າຕັດປິ່ນປົວຜູ້ທີ່ມີອາການສົບແຫວ່ງ ແລະ ເພດານໂຫວ່ ໂດຍບໍ່ເສຍຄ່າໃຊ້ຈ່າຍໃດໆທັງສິ້ນ.
ກຳນົດເວລາ ແລະ ຂໍ້ມູນສຳຄັນຂອງໂຄງການ:
• ເປີດຮັບລົງທະບຽນ: ເລີ່ມຕັ້ງແຕ່ມື້ນີ້ ຈົນເຖິງວັນທີ 20 ພະຈິກ 2026 ເທົ່ານັ້ນ
• ວັນທີດຳເນີນການຜ່າຕັດ: ວັນທີ 25 – 30 ພະຈິກ 2026.
• ສະຖານທີ່: ພະແນກຜ່າຕັດປົວແປງ-ຕົບແຕ່ງ, ໂຮງໝໍມະໂຫສົດ.
• ທີມແພດຜູ້ຊ່ຽວຊານ: ດຳເນີນການໂດຍທີມແພດຊ່ຽວຊານຈາກໂຮງໝໍມະໂຫສົດ ຮ່ວມກັບ ທີມແພດຊ່ຽວຊານລະດັບໂລກຈາກ ສປ ຈີນ.
ຕິດຕໍ່ລົງທະບຽນໄດ້ຜ່ານເບີລຸ່ມນີ້:
• ດສ.ກິ່ງພູທອນ 020 28182273
• ນ.ໂລຕານີ 020 77310443
• ນ.ແສງເດືອນ 020 55234976
ຝາກແຈ້ງຂ່າວສຳຄັນ: ພໍ່ແມ່ພີ່ນ້ອງ, ພະນັກງານ, ທະຫານ, ຕຳຫຼວດ ຫຼື ປະຊາຊົນທົ່ວໄປ ທີ່ມີຄວາມຕ້ອງການ ຫຼື ຫາກຮູ້ຈັກຜູ້ທີ່ກຳລັງປະສົບບັນຫາ ແລະ ຕ້ອງການຮັບການປິ່ນປົວ ສາມາດຕິດຕໍ່ລົງທະບຽນໄດ້ດ່ວນຕາມກຳນົດເວລາຂ້າງເທິງນີ້ ເພື່ອມອບໂອກາດ ແລະ ສ້າງຮອຍຍິ້ມໃໝ່ທີ່ສົດໃສກວ່າເກົ່າ.


