ສະມາຄົມຫັດຖະກຳລາວ ປະກາດຈັດ “ງານມະຫາກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈຳປີ 2026” ພາຍໃຕ້ຄຳຂວັນ “ສີໄມ້ລາຍມື ຄື ອຸທິຍານແຫ່ງການທ່ອງທ່ຽວ 25 ປີ ແຫ່ງການເຕີບໃຫຍ່ ສານສາຍໄຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” ໂດຍຈັດຂຶ້ນແຕ່ 31 ຕຸລາ-8 ພະຈິກ 2026 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ນະຄອນຫຼວງວຽງຈັນ.
ງານຄັ້ງນີ້ຈັດຂຶ້ນເພື່ອສະເຫຼີມສະຫຼອງ 25 ປີ ຂອງງານມະຫາກຳ ແລະ 20 ປີ ວັນຫັດຖະກຳແຫ່ງຊາດ (1 ພະຈິກ) ພ້ອມເປີດໂອກາດໃຫ້ຊາວຊ່າງ ແລະ ຜູ້ປະກອບການຈາກທົ່ວປະເທດນຳສະເໜີສິນຄ້າ, ເຂົ້າເຖິງຕະຫຼາດ, ແລກປ່ຽນປະສົບການ ແລະ ຮ່ວມອະນຸລັກພູມປັນຍາຫັດຖະກຳລາວ.
ພາຍໃນງານມີຫ້ອງວາງສະແດງ ແລະ ຈຳໜ່າຍສິນຄ້າ ຫຼາຍກວ່າ 200 ຫ້ອງ ຄອບຄຸມ 5 ກຸ່ມສິນຄ້າຫຼັກ ຄື ແຜ່ນແພ, ເຄື່ອງປະດັບ, ເຄື່ອງຈັກສານ, ຜະລິດຕະພັນວັດທະນະທຳ ແລະ ອາຫານພື້ນເມືອງ-ສະໝຸນໄພ. ນອກຈາກນັ້ນ ຍັງມີສິນຄ້າຈາກບັນດາປະເທດອາຊຽນ ແລະ ຍີ່ປຸ່ນ.
ອີກຈຸດເດັ່ນແມ່ນການສາທິດຂັ້ນຕອນຜະລິດຫັດຖະກຳຈາກຊາວຊ່າງ 18 ແຂວງ ທົ່ວປະເທດ, ກິດຈະກຳຕະຫຼາດບູຮານ, ການສຳມະນາແລກປ່ຽນຄວາມຮູ້, ການແຂ່ງຂັນທິດາຫັດຖະກຳ, ການແຂ່ງຂັນຜະລິດຕະພັນຫັດຖະກຳດີເດັ່ນ ແລະ ການມອບໃບກຽດຕິຍົດໃຫ້ຊາວຊ່າງ.
ພິເສດໃນຄ່ຳຄືນວັນທີ 6 ພະຈິກ 2026 ຈະມີການເດີນແບບອາພອນລາວບັນດາເຜົ່າ, ການສະແດງສິລະປະພື້ນເມືອງ ແລະ ການສອນປະດິດເຄື່ອງທີ່ລະນຶກຈາກວັດສະດຸເສດເຫຼືອ.
ສະມາຄົມຫັດຖະກຳລາວ ເຊີນຊວນປະຊາຊົນ ແລະ ນັກທ່ອງທ່ຽວທັງພາຍໃນ-ຕ່າງປະເທດ ເຂົ້າຮ່ວມຊົມ, ເລືອກຊື້ ແລະ ອຸດໜູນສິນຄ້າຫັດຖະກຳລາວ ເພື່ອຮ່ວມສົ່ງເສີມສີມື ແລະ ພູມປັນຍາທ້ອງຖິ່ນໃຫ້ສືບຕໍ່ເຕີບໂຕຢ່າງຍືນຍົງ.
ທີ່ມາ: ເສດຖະກິດການຄ້າ


