ລາວ-ຫວຽດນາມ ທົບທວນການຮ່ວມມື 9 ເດືອນ ເລັ່ງຜັກດັນວຽກຈຸດສຸມໃນ 3 ເດືອນທ້າຍປີ

ວຽງຈັນ, 21 ກັນຍາ 2026: ສະຫາຍ ຟ້າມ ຢາ ຕຸກ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ແຫ່ງ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ສປປ ລາວ ຕາມຄຳເຊື້ອເຊີນຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈຳການ ແຫ່ງ ສປປ ລາວ ເພື່ອສືບຕໍ່ເສີມສ້າງມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ.

ການພົບປະສອງຝ່າຍໄດ້ທົບທວນຜົນການຮ່ວມມືໃນ 9 ເດືອນຕົ້ນປີ 2026 ແລະ ກຳນົດວຽກຈຸດສຸມສຳລັບ 3 ເດືອນທ້າຍປີ, ຄອບຄຸມທັງການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ຄວາມສະຫງົບ, ການສຶກສາ, ການລົງທຶນ, ການຄ້າ ແລະ ໂຄງລ່າງ.

ດ້ານການລົງທຶນ ຫວຽດນາມມີ 435 ໂຄງການ ຢູ່ໃນ ສປປ ລາວ ມູນຄ່າອະນຸມັດລວມ 8 ຕື້ໂດລາ, ຢູ່ອັນດັບ 2 ຈາກ 53 ປະເທດທີ່ລົງທຶນໃນລາວ. ສະເພາະ 8 ເດືອນຕົ້ນປີ 2026 ລາວອະນຸມັດໃຫ້ຫວຽດນາມລົງທຶນເພີ່ມ 6 ໂຄງການ, ມູນຄ່າ 4,7 ຕື້ໂດລາ.

ຂະນະທີ່ການຄ້າສອງຝ່າຍໃນ 8 ເດືອນຕົ້ນປີ 2026 ມີມູນຄ່າ 1,8 ຕື້ໂດລາ, ໂດຍສອງຝ່າຍເນັ້ນຊຸກຍູ້ການຄ້າ-ການລົງທຶນ ແລະ ດຶງດູດໂຄງການທີ່ນຳໃຊ້ເຕັກໂນໂລຊີທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ.

ສອງຝ່າຍຍັງເລັ່ງຜັກດັນ 4 ໂຄງການຈຸດສຸມ ຄື: ເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ, ລົດໄຟ ວຽງຈັນ-ຫວຸ້ງອາງ, ການຊື້-ຂາຍໄຟຟ້າ ແລະ ທໍ່ສົ່ງ-ສາງພັກນ້ຳມັນ.

ດ້ານການສຶກສາ ຫວຽດນາມສະໜອງ 1.300 ທຶນການສຶກສາ ໃຫ້ລາວໃນປີ 2026 ແລະ ສອງຝ່າຍຍັງຜັກດັນໂຄງການມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ.

ນອກຈາກນັ້ນ ສອງຝ່າຍໄດ້ກະກຽມສຳລັບການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງ ນາຍົກລັດຖະມົນຕີ ຫວຽດນາມ ເລ ມິງ ຮຶງ ໃນໄວໆນີ້ ເພື່ອສືບຕໍ່ຂັບເຄື່ອນສາຍພົວພັນ ແລະ ໂຄງການຮ່ວມມືສອງຝ່າຍ.

ທີ່ມາ: KP

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles