ໃນຄ່ຳວັນວັນທີ 21 ກັນຍາ 2026 ຢູ່ທີ່ໂຮງແຮມ Mekong Riverside ໄດ້ມີການຈັດງານຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ສາທາລະນະລັດ ປະຊາຊົນ ຈີນ ຄົບຮອບ 77 ປີ ຢ່າງສົມກຽດ ໂດຍມີບັນດາການນຳຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະແດງຄວາມ ຍິນດີ ແລະ ອວຍພອນໄຊອັນປະເສີດ.
ຕະຫຼອດ 77 ປີຜ່ານມາ, ປະຊາຊົນຈີນໄດ້ ພັດທະນາປະເທດຊາດຈາກຄວາມທຸກຍາກຈົນກາຍ ມາເປັນເສດຖະກິດໃຫຍ່ ອັນດັບສອງຂອງໂລກ ພ້ອມທັງ ຍູ້ແຮງການຫັນປ່ຽນສີຂຽວ ແລະ ນະວັດຕະກຳໃໝ່ໆ ທີ່ປະກອບສ່ວນສຳຄັນເຂົ້າໃນການ ພັດທະນາເສດຖະກິດໂລກ.
ປີນີ້ຍັງເປັນປີທີ່ມີຄວາມໝາຍຄວາມສຳຄັນຍິ່ງ ເນື່ອງໃນໂອກາດສະຫຼອງ 65 ປີ ແຫ່ງການ ພົວພັນການທູດ ລາວ-ຈີນ ແລະ ປີມິດຕະພາບ ລາວ-ຈີນ ເຊິ່ງຜູ້ນຳສອງປະເທດໄດ້ເຫັນດີເປັນ ເອກະພາບໃນການສ້າງ “ຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງຕະຫຼອດໄປ”.
ຜົນສຳເລັດຂອງການຮ່ວມມືຕົວຈິງ ເຊັ່ນ: ເສັ້ນທາງລົດໄຟ ລາວ-ຈີນ, ໂຄງການຕ່າງໆດ້ານສາທາລະນະສຸກ ແລະ ໂຄງຂ່າຍໄຟຟ້າ ໄດ້ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ດີຂຶ້ນຢ່າງ ຕໍ່ເນື່ອງ.
ຝ່າຍຈີນພ້ອມທີ່ຈະຮ່ວມມືກັບຝ່າຍລາວຢ່າງ ໃກ້ຊິດ ເພື່ອ ປະຕິບັດ ຄວາມຮັບຮູ້ ຕົກລົງ ຮ່ວມກັນຂອງການນຳ ສອງປະເທດ, ເສີມຂະຫຍາຍ ມິດຕະພາບ ອັນ ເປັນ ມູນ ເຊື້ອ ແລະ ຮັບປະກັນ ໃຫ້ ການ ພົວພັນ ຮ່ວມມື ຍຸດທະສາດ ຮອບດ້ານ ສືບຕໍ່ ຈະເລີນ ງອກງາມ ຂຶ້ນ ໄປ ເລື້ອຍໆ.


