ປະເທດໄອສະແລນ ໄດ້ຈັດເປັນດິນແດນທີ່ມີຄວາມປອດໄພທີ່ສຸດໃນໂລກ

ໃນຍຸກທີ່ໂລກເຕັມໄປດ້ວຍຄວາມວຸ່ນວາຍ ແລະ ຄວາມຂັດແຍ້ງທາງດ້ານການເມືອງລະຫວ່າງປະເທດ ຍັງມີດິນແດນຕອນເໜືອຂອງມະຫາສະໝຸດອັດລັງຕິກແຫ່ງໜຶ່ງທີ່ຍັງຄົງຮັກສາຄວາມສະຫງົບສຸກໄວ້ໄດ້ຢ່າງໜ້າອັດສະຈັນ ນັ້ນກໍຄື “ປະເທດໄອສະແລນ”(Iceland) ເຊິ່ງໄດ້ຮັບການຈັດອັນດັບຈາກບົດລາຍງານສາກົນໃຫ້ເປັນປະເທດທີ່ປອດໄພ ແລະ ມ່ວນຊື່ນສັນຕິພາບທີ່ສຸດໃນໂລກ ຕິດຕໍ່ກັນເປັນປີທີ 19 ຈາກສະຖາບັນເສດຖະກິດ ແລະ ສັນຕິພາບໃນດັດຊະນີສັນຕິພາບໂລກ.

4 ເຫດຜົນຫຼັກທີ່ເຮັດໃຫ້ “ໄອສະແລນ” ຢືນໜຶ່ງເລື່ອງຄວາມປອດໄພ

1. ບໍ່ມີມີກອງທັບປະຈຳການ ແລະ ອັດຕາການເກີດອາຊະຍາກຳຕໍ່າຫຼາຍ:

ເປັນປະເທດສະມາຊິກອົງການນາໂຕ ພຽງປະເທດດຽວທີ່ບໍ່ມີກອງທັບທະຫານປະຈຳການ ແລະ ເຈົ້າໜ້າທີ່ຕຳຫຼວດທີ່ນີ້ກໍບໍ່ຖືອາວຸດປືນຕິດຕົວໃນເວລາປະຕິບັດໜ້າທີ່ທຳມະດາ ນອກຈາກນີ້ ອັດຕາການເກີດອາຊະຍາກຳ ແລະ ເຫດການຄວາມຮຸນແຮງແມ່ນໜ້ອຍກວ່າປະເທດອື່ນໆ ໃນໂລກຢ່າງເຫັນໄດ້ຊັດເຈນ.

2. ຄວາມໄວ້ເນື້ອເຊື່ອໃຈກັນສູງໃນສັງຄົມ:

ວັດທະນະທຳ ແລະ ຄວາມຜູກພັນຂອງປະຊາຊົນໃນຊຸ່ມຊົນແມ່ນມີພະລັງຫຼາຍ ປະຊາຊົນມີຄວາມເຊື່ອໝັ້ນຕໍ່ລະບົບຂອງລັດຖະບານ ແລະ ຕໍ່ເພື່ອນບ້ານສູງ ເຮົາມັກເຫັນພາບພໍ່ແມ່ຊາວໄອສະແລນພາລູກຍ່າງຫຼິ້ນ ຫຼື ຈອດລົດເຂັນເດັກນ້ອຍນອນຫຼິ້ນຮັບອາກາດບໍລິສຸດໄວ້ໜ້າຮ້ານຄ້າຢ່າງສະບາຍໃຈ ໂດຍບໍ່ຕ້ອງຢ້ານເລື່ອງການລັກລອບ.

3. ຄວາມເທົ່າທຽມທາງເພດ ແລະ ສັງຄົມທີ່ກ້າວໜ້າ:

ປະເທດນີ້ໂດດເດັ່ນໃນລະດັບສາກົນເລື່ອງສິດທິຄວາມເທົ່າທຽມລະຫວ່າງຍິງ-ຊາຍ ລວມທັງເປັນມິດກັບກຸ່ມຄົນຫຼາກຫຼາຍທາງເພດຢ່າງແທ້ຈິງ ສິ່ງເຫຼົ່ານີ້ຊ່ວຍຫຼຸດຜ່ອນຄວາມຂັດແຍ້ງທາງສັງຄົມ ແລະ ສ້າງສະພາບແວດລ້ອມທີ່ທຸກຄົນສາມາດໃຊ້ຊີວິດໄດ້ຢ່າງເທົ່າທຽມ ແລະ ມີເສລີພາບ.

4. ຄວາມປອດໄພຈາກທຳມະຊາດ ແລະ ສິ່ງແວດລ້ອມ:

ເຖິງແມ່ນວ່າໄອສະແລນຈະມີພູມສັນຖານເປັນພູເຂົາໄຟ ແລະ ທຳມະຊາດທີ່ດິບເຖື່ອນ ແຕ່ສັດປ່າທີ່ເປັນອັນຕະລາຍຕໍ່ມະນຸດນັ້ນບໍ່ມີເລີຍ (ສັດທີ່ພົບສ່ວນໃຫຍ່ແມ່ນມ້າອັດສະລັງ, ແກະ ແລະ ນົກທະເລ) ເຮັດໃຫ້ນັກທ່ອງທ່ຽວທີ່ມັກການຍ່າງປ່າສາມາດທ່ອງທ່ຽວໄດ້ຢ່າງໝັ້ນໃຈ.

ແຫຼ່ງທີ່ມາ: Global Peace Index Report 2026

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles