ໃນແຕ່ລະປີ, ທຸກວັນທີ 22 ກັນຍາ, ຫຼາຍປະເທດທົ່ວໂລກໄດ້ພ້ອມກັນຈັດກິດຈະກໍາ “ວັນປອດລົດ” (Car Free Day)

ຕົ້ນກຳເນີດຂອງວັນປອດລົດ​ (Car Free Day) ຈາກຂໍ້ມູນພົບວ່າ: ວິກິດການນ້ຳມັນໃນປີ 1973 ໄດ້ສ້າງຄວາມວິຕົກກັງວົນໃຫ້ແກ່ນັກອະນຸລັກທົ່ວໂລກ​ ວ່າ “ນ້ຳມັນ” ເຊິ່ງເປັນຊັບພະຍາກອນທຳມະຊາດສຳຄັນທີ່ໃຊ້ໃນການຂັບເຄື່ອນເສດຖະກິດໃນທົ່ວໂລກກຳລັງຈະໝົດໄປ. ດ້ວຍເຫດນີ້, ແນວຄິດໃນການຈັດງານ “ວັນປອດລົດ” ຫຼື “Car Free Day” ຈຶ່ງໄດ້ເກີດຂຶ້ນ ໂດຍໄດ້ຮັບຄວາມຮ່ວມມືຈາກບັນດາປະເທດຕ່າງໆທົ່ວໂລກ.

ວັນປອດລົດໄດ້ຈັດຂຶ້ນຄັ້ງທຳອິດໃນວັນທີ 22 ກັນຍາ 1994 ທີ່ປະເທດ ຝຣັ່ງ. ເຊິ່ງມີປະຊາຊົນ 848 ເມືອງ ຈາກ 25 ປະເທດທົ່ວໂລກອອກມາຮ່ວມກັນໂຄສະນາ ແລະ ສົ່ງເສີມການເຄື່ອນໄຫວໃນຄັ້ງນີ້.

​ວັນດັ່ງກ່າວນີ້​ ບໍ່ພຽງແຕ່ເປັນພຽງມື້ໜຶ່ງທີ່ເຮົາຫຼຸດຜ່ອນການໃຊ້ລົດສ່ວນຕົວເທົ່ານັ້ນ, ແຕ່ຍັງເປັນໂອກາດສໍາຄັນທີ່ເຮົາຈະໄດ້ຄິດຄືນໃໝ່ເຖິງວິທີການເດີນທາງ ແລະ ອະນາຄົດຂອງເມືອງທີ່ເຮົາອາໄສຢູ່.

ການຈະລາຈອນທີ່ແອອັດ, ມົນລະພິດທາງອາກາດ​ ຈາກຄວັນລົດ, ແລະ ສຽງດັງກ້ອງກັງວານທີ່ບໍ່ມີວັນສິ້ນສຸດໄດ້ກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນຂອງຄົນໃນຕົວເມືອງ. ສິ່ງເຫຼົ່ານີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ສຸຂະພາບຂອງເຮົາເທົ່ານັ້ນ, ແຕ່ຍັງເຮັດໃຫ້ຄຸນນະພາບຊີວິດຫຼຸດລົງອີກດ້ວຍ. ວັນປອດລົດຈຶ່ງເປັນການເຊື້ອເຊີນໃຫ້ເຮົາອອກຈາກລົດ ແລະ ລອງສຳພັດກັບການເດີນທາງດ້ວຍວິທີອື່ນໆ ເຊັ່ນ: ການຍ່າງ, ການຂີ່ລົດຖີບ ຫຼື ການນຳໃຊ້ລົດໂດຍສານສາທາລະນະ​ ເຊັ່ນ: BRT.

ຈຸດປະສົງຫຼັກຂອງວັນນີ້ແມ່ນເພື່ອສະໜັບສະໜູນການເດີນທາງແບບຍືນຍົງ ແລະ ສົ່ງເສີມການສ້າງເມືອງທີ່ເປັນມິດກັບຄົນຍ່າງ ແລະ ຄົນຂີ່ລົດຖີບ. ເມື່ອຖະໜົນຫົນທາງປອດຈາກລົດ, ເຮົາຈະເຫັນພາບທີ່ແຕກຕ່າງໄປຈາກປົກກະຕິ. ຍົກຕົວຢ່າງ, ເດັກນ້ອຍສາມາດແລ່ນຫຼິ້ນຢ່າງປອດໄພເທິງຖະໜົນ, ຜູ້ຄົນສາມາດນັດພົບກັນ ແລະ ເຮັດກິດຈະກຳຕ່າງໆກາງແຈ້ງໄດ້ຢ່າງສະບາຍໃຈ, ແລະ ທີ່ສໍາຄັນທີ່ສຸດແມ່ນເຮົາຈະໄດ້ສູບດົມອາກາດທີ່ບໍລິສຸດຫຼາຍຂຶ້ນ.

ນອກຈາກຜົນປະໂຫຍດດ້ານສິ່ງແວດລ້ອມແລ້ວ, ວັນປອດລົດຍັງເປັນການເຕືອນໃຫ້ເຮົາເຫັນວ່າການເດີນທາງດ້ວຍລົດສ່ວນຕົວບໍ່ແມ່ນທາງເລືອກດຽວ. ບາງເທື່ອການເລືອກທີ່ຈະຍ່າງໄປຮ້ານກາເຟໃກ້ໆ ຫຼື ຂີ່ລົດຖີບໄປຕະຫຼາດ​ ອາດຈະເຮັດໃຫ້ເຮົາໄດ້ເຫັນມຸມໃໝ່ໆຂອງຕົວເມືອງທີ່ເຮົາບໍ່ເຄີຍສັງເກດເຫັນມາກ່ອນ. ມັນເປັນການປ່ຽນແປງເລັກໆນ້ອຍໆ​ ທີ່ສາມາດສ້າງຄວາມແຕກຕ່າງອັນໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ແລະ ຄວາມເປັນຢູ່ຂອງທຸກຄົນ.

ເຖິງແມ່ນວ່າການຈະເລືອກບໍ່ໃຊ້ລົດສ່ວນຕົວພຽງມື້ດຽວ​ ອາດຈະບໍ່ສາມາດແກ້ໄຂບັນຫາການຈະລາຈອນ ຫຼື ມົນລະພິດໄດ້ໝົດ, ແຕ່ມັນກໍເປັນຈຸດເລີ່ມຕົ້ນທີ່ດີ.

ຂໍໃຫ້ເຮົາຖືເອົາວັນປອດລົດນີ້ເປັນໂອກາດໃນການເລີ່ມຕົ້ນປ່ຽນແປງພຶດຕິກຳ ແລະ ຮ່ວມກັນສ້າງເມືອງທີ່ສະອາດ, ສະຫງົບ, ແລະ ໜ້າຢູ່ຫຼາຍຂຶ້ນສຳລັບທຸກຄົນ​ ໂດຍສະເພາະຫັນມານຳໃຊ້ລົດເມ BRT​ ທັງປະຢັດ ແລະ​ ເປັນມິດກັບສິ່ງແວດລ້ອມ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles