ສະຖານີວິທະຍຸ ແລະ ໂທລະພາບ ແຂວງອຸດົມໄຊ ລາຍງານ: ອິງຕາມແຈ້ງການຂອງພະແນກກະສິກຳ ແລະ ສິ່ງແວດລ້ອມ ຄັ້ງວັນທີ 16 ກັນຍາ 2026 ກ່ຽວກັບ ຜົນກວດວິໄຈຕົວຢ່າງ ເພື່ອກວດຫາເຊື້ອ ພະຍາດອະຫິວາໝູອາຟຣິກາ ທີ່ເກັບຈາກບ້ານສາມັກຄີໄຊ, ເມືອງຫຼາ, ແຂວງອຸດົມໄຊ ການກວດວິໄຈ ຕົວຢ່າງ ເພື່ອກວດຫາເຊື້ອພະຍາດອະຫິວາໝູອາຟຣິກາ ດ້ວຍເຕັກນິກ Real Time PCR ໂດຍສູນວິໄຈພະຍາດສັດ, ໄດ້ຢັ້ງຢືນຜົນການວິໄຈ: ແມ່ນພົບ ເຊື້ອພະຍາດອະຫິວາໝູອາຟຣິກາ ຈາກຕົວຢ່າງໝູທີ່ສົ່ງມາຈາກ ບ້ານສາມັກຄີໄຊ ເມືອງຫຼາ, ແຂວງອຸດົມໄຊ ຈໍານວນ 4 ຕົວຢ່າງ, ແມ່ນພົບເຊື້ອຈໍານວນ 4 ຕົວຢ່າງ.
ເພື່ອຕອບໂຕ້ບໍ່ໃຫ້ພະຍາດແຜ່ອອກໄປສູ່ວົງກວ້າງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ໄດ້ຮີບຮ້ອນ ດໍາເນີນມາດຕະການທາງດ້ານວິຊາການແບບວົງແຄບ ໃນການປ້ອງກັນພະຍາດ ອະຫິວາໝູອາຟຣິກາ ຢ່າງເຂັ້ມງວດ ໂດຍການຊີ້ນໍາໜ່ວຍງານລ້ຽງສັດ ລົງແນະນໍາ ໃຫ້ອົງການປົກຄອງບ້ານ , ສັດຕະວະແພດບ້ານ ແລະ ຄອບຄົວປະຊາຊົນ ທີ່ໄດ້ຮັບຜົນກະທົບ ລວມທັງ ຄອບຄົວ ຂອງປະຊາຊົນບ້ານໃກ້ຄຽງ ໃຫ້ຕິດຕາມເຝົ້າລະວັງ ຢ່າງເຄັ່ງຄັດ, ສືບສວນສອບສວນຫາແຫຼ່ງ ທີ່ມາຂອງພະຍາດ, ເກັບກຳຂໍ້ມູນ ສະພາບການລ້ຽງໝູ, ສະພາບໝູເຈັບ ຫຼື ຕາຍ ແລະ ກຳນົດຂອບເຂດລະບາດ ຂອງພະຍາດ; ຕິດຕາມ, ກວດກາການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ; ຢ່າງເຂັ້ມງວດ ບໍ່ໃຫ້ມີການເຄື່ອນຍ້າຍໝູ ແລະ ຜະລິດຕະພັນໝູ ຈາກບ້ານ ຫາ ບ້ານ ແລະ ຈາກເມືອງ ຫາ ເມືອງອື່ນ ພ້ອມທັງແຈ້ງໃຫ້ເຕົາຂ້າສັດໂຈະການຂ້າໝູທີ່ນໍາມາຈາກຟາມ, ຄອບຄົວ ທີ່ບໍ່ຜ່ານການຢັ້ງຢືນການວິໄຈ ຈາກສູນວິໄຈພະຍາດສັດແຫ່ງຊາດຊົ່ວຄາວ ເພື່ອປ້ອງກັນບໍ່ໃຫ້ພະຍາດແຜ່ລາມ ໄປສູ່ບ້ານອື່ນ ຫຼື ສະຖານທີ່ອື່ນຢ່າງເຄັ່ງຄັດ; ຊຸກຍູ້ ລະດົມປະຊາຊົນ ແລະ ນໍາພາຂ້າທໍາລາຍໝູ ທີ່ຕິດເຊື້ອ ຫຼື ສ່ຽງຕໍ່ການຕິດເຊື້ອ ເປັນວົງແຄບ ເປັນຟາມ ແລະ ເປັນບ້ານ 100% ເພື່ອຕັດວົງຈອນ ຂອງເຊື້ອພະຍາດ ແລະ ກຳຈັດໝູຕາຍ ແລະ ໝູຖືກຂ້າ ດ້ວຍການຝັງໃຫ້ ຖືກຕ້ອງ ຕາມຫຼັກວິຊາການ, ບໍ່ໃຫ້ນໍາເອົາໝູທີ່ເຈັບ ຫຼື ຕາຍ ໄປບໍລິໂພກ ຫຼື ຖິ້ມລົງຫ້ວຍນໍ້າລຳເຊ ຫຼື ຕາມທໍາມະຊາດ ຢ່າງເດັດຂາດ; ອະນາໄມ ແລະ ຂ້າເຊື້ອຄອກສັດ ສິດພົ່ນດ້ວຍຢາຂ້າເຊື້ອ ແລະ ໂຮຍດ້ວຍປູນຂາວ (Ca(OH)2) ໃນບໍລິເວນຟາມ ແລະ ບ້ານທີ່ໝູອາໃສຢູ່ ຫຼື ບ່ອນທີ່ໝູ ຍ່າງໄປມາໃນແຕ່ລະມື້;
ເຖິງແມ່ນວ່າໄດ້ມີການໂຕ້ຕອບ, ຄວບຄຸມການລະບາດ ຂອງພະຍາດອະຫິວາໝູອາຟີຣກາຢູ່ບ້ານດັ່ງກ່າວສະຫງົບແລ້ວກໍ່ຕາມ ແຕ່ບັນດາແຂວງອ້ອມຂ້າງແຂວງຍັງສືບຕໍ່ມີ ການລະບາດ, ເພື່ອສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວເຂົ້າມາລະບາດຢູ່ພາຍໃນແຂວງອຸດົມໄຊຮອບໃໝ່ ແລະ ແຜ່ລະ ບາດອອກສູ່ວົງກວ້າງ, ສະນັ້ນເພື່ອຫຼີກລ້ຽງຜົນກະທົບທີ່ອາດເກີດຂຶ້ນຕໍ່ການຜະລິດໝູ ແລະ ການສະໜອງຊີ້ນໝູໃຫ້ ແກ່ສັງຄົມຢູ່ພາຍໃນແຂວງ ແລະ ການເຄື່ອນຍ້າຍໝູ ຫ້ອງວ່າການແຂວງ ຈຶ່ງອອກແຈ້ງການສະບັບເລກທີ 1360/ຫວກ ລົງວັນທີ 18 ກັນຍາ 2026 ໃຫ້ໂຈະການຊື້ ຂາຍ ແລະ ຂ້າໝູ ເພື່ອບໍລິໂພກ ແລະ ຈຳໜ່າຍຊີ້ນໝູ ແລະ ການເຄື່ອນຍ້າຍໝູ ໃນຂອບເຂດທົ່ວແຂວງອຸດົມໄຊ.


