22 ກັນຍາ ວັນແຮດໂລກ (World Rhino Day)

ວັນແຮດໂລກ ສ້າງຕັ້ງຂຶ້ນໂດຍ ກອງທຶນອະນຸລັກທຳມະຊາດໂລກ (World Wide Fund for Nature-WWF) ເພື່ອຈຸດປະສົງໃນການສ້າງຄວາມຮັບຮູ້ກ່ຽວກັບແຮດທັງ 5 ສາຍພັນ ແລະ ການເຮັດວຽກເພື່ອອະນຸລັກຮັກສາພວກມັນໄວ້.

ວັນດັ່ງກ່າວນີ້ມີການສະເຫຼີມສະຫຼອງເລີ່ມແຕ່ປີ 2010 ເປັນຕົ້ນມາໃນທົ່ວໂລກ ແລະ ໃນປີ 2026 ນີ້ກໍຖືວ່າຄົບຮອບ 16 ປີພໍດີ.

“ແຮດ” ເປັນສັດເລືອດອຸ່ນຂະໜາດໃຫຍ່ ເປັນອັນດັບ 2 ຮອງຈາກຊ້າງ, ໂດຍທົ່ວໄປແລ້ວ ມັນມີນ້ຳໜັກຫຼາຍເຖິງ 1,000 ກິໂລ ຖ້າເປັນສາຍພັນແຮດຂາວ ແມ່ນໜັກເຖິງ 3,500 ກິໂລ.

“ແຮດ” ສຳຄັນຫຼາຍຕໍ່ຜືນປ່າ ແລະ ລະບົບນິເວດຂອງທຳມະຊາດ ຍ້ອນວ່າ ຂອບເຂດພື້ນທີ່ ທີ່ແຮດອາໄສຢູ່ນັ້ນ ມັນຈະເລືອກບ່ອນທີ່ສອດຄ່ອງກັບສາຍພັນພືດ ແລະ ສັດປ່າຊະນິດອື່ນໆ, ນັ້ນແປວ່າ ການອະນຸລັກແຮດ ກໍເທົ່າກັບການອະນຸລັກ ແລະ ປ້ອງກັນສັດສາຍພັນອື່ນໆໄປພ້ອມໆກັນ.

​ໂຕແຮດ ພົບເຫັນໃນ 2 ທະວີບ: ຄື ອາຟຣິກກາ ແລະ ອາຊີ.

ສະເພາະຢູ່ອາຊີ ມັກພົບເຫັນໃນປະເທດ ເນປານ, ອິນເດຍ ແລະ ອິນໂດເນເຊຍ.

ປະຈຸບັນ ທົ່ວໂລກ ຄາດວ່າຈະເຫຼືອໂຕແຮດ ໃນປ່າ ປະມານ 26,000-27,000 ໂຕ ອີງຕາມຂໍ້ມູນຈາກກອງທຶນອະນຸລັກທຳມະຊາດໂລກ (WWF) ໃນທົ່ວໂລກ.

ສ່ວນ ຢູ່ ສປປ ລາວ ແມ່ນບໍ່ປະກົດມີແຮດແລ້ວ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles