ສູນກາງ ຊປປລ ຮ່ວມກັບ ສະມາຄົມ IATSS ປະເທດຍີ່ປຸ່ນ ເປີດຮັບສະໝັກ ທຶນຝຶກອົບຮົມທັກສະການເປັນຜູ້ນໍາ (Leadership Development Program – IATSS Forum) ສຳລັບສົກປີ 2027!
ນີ້ແມ່ນໂຄງການ Fully Funded (ກວມເອົາຄ່າໃຊ້ຈ່າຍທັງໝົດ) ທີ່ໃຫ້ທ່ານໄດ້ໄປຝຶກອົບຮົມ, ຮຽນຮູ້ ແລະ ເຮັດກິດຈະກຳຢູ່ປະເທດຍີ່ປຸ່ນເຕັມໆເຖິງ 8 ອາທິດ!
ພາຍໃຕ້ຫົວຂໍ້: “Sustainable Development – Enhancing Well-being through Mobility” ໄດ້ຮຽນຮູ້ທັງພາກທິດສະດີ, ລົງພື້ນທີ່ຕົວຈິງ, ເຮັດວຽກເປັນທີມ ກັບຊ່ຽວຊານຈາກຫຼາກຫຼາຍຂະແໜງການ.
ເງື່ອນໄຂຜູ້ສະໝັກ:
ເປັນພະນັກງານ (ພາກລັດ, ເອກະຊົນ ຫລື ອົງການຈັດຕັ້ງຕ່າງໆ) ອາຍຸແຕ່ 20-35 ປີ
ເປັນພົນລະເມືອງລາວ
ມີປະສົບການເຮັດວຽກຢ່າງໜ້ອຍ 2 ປີ
ສື່ສານພາສາອັງກິດໄດ້ເປັນຢ່າງດີ
ສາມາດເຂົ້າຮ່ວມໄດ້ຕະຫຼອດໂຄງການ (8 ອາທິດ)
ປິດຮັບສະໝັກ: ວັນທີ 30 ກັນຍາ (09) 2026 ນີ້ເທົ່ານັ້ນ!
(ຜູ້ຜ່ານຮອບເອກະສານຈະຖືກແຈ້ງໃຫ້ຊາບເພື່ອສຳພາດໃນເດືອນ ຕຸລາ 2026)
ຊ່ອງທາງການສະໝັກ ແລະ ສອບຖາມຂໍ້ມູນເພີ່ມເຕີມ:
ສາມາດໄປພົວພັນເອົາແບບຟອມໄດ້ທີ່: ສູນກາງ ຊປປລ (ໃນໂມງລັດຖະການ)
ໂທ: 020 5549 4816, 020 2844 4065
Email: juy_81@yahoo.com
ຫຼື ສະແກນ QR code ໃນຮູບເພື່ອເຂົ້າໄປດາວໂຫຼດແບບຟອມ ແລະ ເບິ່ງຂໍ້ມູນເພີ່ມເຕີມໄດ້ເລີຍທາງ Website ແລະ Facebook!
ຢ່າລໍຊ້າ! ໂອກາດດີໆໃນການພັດທະນາຕົນເອງ, ເປີດໂລກກະທັດ ແລະ ສ້າງເຄືອຂ່າຍໃໝ່ໆແບບນີ້ບໍ່ໄດ້ມີມາເລື້ອຍໆ. ມາສະໝັກກັນຫຼາຍໆເດີ້!


