Umoney ສ້າງຄວາມພາກພູມໃຈ ຄວ້າລາງວັນຊະນະເລີດ ໝວດນະວັດຕະກໍາດີຈີຕອນ (Digital Innovation) ໃນງານ Lao Digital Award 2026!

ຕອນທ່ຽງຂອງວັນທີ 20 ກັນຍາ 2026 ທີ່ຜ່ານມາ, Umoney ໄດ້ຮັບກຽດຂຶ້ນຮັບ ລາງວັນຊະນະເລີດ ໝວດນະວັດຕະກຳດີຈິຕອນ (Digital Innovation) ຈາກເວທີ Lao Digital Award 2026 ຢ່າງສົມກຽດ, ເຊິ່ງເປັນການຢັ້ງຢືນເຖິງຄວາມໄວ້ວາງໃຈ ແລະ ຜົນສຳເລັດໃນຖານະຜູ້ນຳດ້ານບໍລິການທາງດ້ານນະວັດຕະກໍາການເງິນດີຈິຕອນໃນ ສປປ ລາວ.

ລາງວັນດັ່ງກ່າວສະທ້ອນໃຫ້ເຫັນເຖິງວິໄສທັດຂອງ Umoney ທີ່ມຸ່ງໝັ້ນນຳໃຊ້ນະວັດຕະກຳເຂົ້າມາຂັບເຄື່ອນເສດຖະກິດດີຈິຕອນ ຜ່ານລະບົບນິເວດການເງິນທີ່ຄອບຄຸມ. ພວກເຮົາໄດ້ປ່ຽນແປງຮູບແບບການໃຊ້ຈ່າຍໃນຊີວິດປະຈຳວັນໃຫ້ສະດວກສະບາຍຂຶ້ນ ບໍ່ວ່າຈະເປັນການໂອນເງິນ, ຊຳລະຄ່າສິນຄ້າ, ການຝາກເງິນປະຈຳ, ລວມເຖິງການຮ່ວມມືກັບພັນທະມິດລະດັບຊາດ ແລະ ສາກົນ ເພື່ອຮອງຮັບການຊຳລະຄ່າໂດຍສານ ແລະ ການເຮັດທຸລະກຳຂ້າມພົມແດນ.

ທີມງານ Umoney ທຸກຄົນຂໍສະແດງຄວາມຂອບໃຈມາຍັງ ຄະນະກຳມະການ, ບັນດາລູກຄ້າ ແລະ ພັນທະມິດທາງທຸລະກິດທຸກພາກສ່ວນ. ລາງວັນຊະນະເລີດນີ້ ຄືແຮງຜັກດັນອັນສຳຄັນ ທີ່ເຮັດໃຫ້ພວກເຮົາສືບຕໍ່ສ້າງບໍລິການໃໝ່ໆ ທີ່ຕອບໂຈດຜູ້ຊົມໃຊ້ຍຸກດີຈິຕອນຢ່າງແທ້ຈິງ.

Umoney ພວກເຮົາສັນຍາວ່າຈະນຳເອົາເຕັກໂນໂລຊີທີ່ກ້າວໜ້າທີ່ສຸດ ເພື່ອມອບປະສົບການທາງການເງິນທີ່ດີທີ່ສຸດໃຫ້ກັບຄົນລາວຕະຫຼອດໄປ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles