ໂຣມັນ ອານຸສອນ ອັນໂກ ກອງກາງເຊື້ອສາຍ ລາວ-ເຢຍລະມັນ ຈະກັບມາຊ່ວຍທີມຊາດລາວ ລຸຍ FIFA ASEAN CUP 2026

ປັດຈຸບັນ ອັນໂກ ອາຍຸ 25 ປີ ຫລິ້ນໃຫ້ ສະໂມສອນ SV Linx ໃນລີກອັນດັບ 6 ເຢຍລະມັນ, ອັນໂກ ສູງ 184 ຊັງຕີແມັດ ລະດູການນີ້ ຮັບໃຊ້ຕົ້ນສັງກັດໄປແລ້ວ 4 ນັດ ຍິງ 1 ປະຕູ 1 ແອັສຊິດ.

ຜ່ານມາ​ ອັນໂກ ເຄີຍຊ່ວຍທີມຊາດລາວ 8 ນັດ ທັງ U22, U23 ແລະ ຊຸດໃຫຍ່ ຍິງໄດ້ 1 ປະຕູ.

​ການແຂ່ງຂັນ ລາຍການ ຟີຟາ ອາຊຽນ ຄັບ 2026 (FIFA ASEAN Cup 2026) ຈະເລີ່ມເປີດສາກຂຶ້ນຢ່າງເປັນທາງການ​ໃນລະຫວ່າງວັນທີ 24 ກັນຍາ ຫາ ວັນທີ 3 ຕຸລາ 2026​ ນີ້, ເຊິ່ງການແຂ່ງຂັນ ໄດ້ຖືກແບ່ງອອກເປັນ 2 ລະດັບດິວິຊັນ (Division).

– Division 2: ຈະຈັດຂຶ້ນທີ່ ເຂດປົກຄອງພິເສດຮົງກົງ ສປ ຈີນ ​ປະກອບມີ: ຮົງກົງ (ເຈົ້າພາບ), ມຽນມາ​, ລາວ​, ກຳປູເຈຍ​, ບຣູໄນ ແລະ ຕີມໍ ເລສເຕ​.

ທີມຊາດລາວ ແມ່ນຖືກຈັດຢູ່ໃນກຸ່ມ ເອ (Group A) Division 2 ຮ່ວມກັບ ຮົງກົງ ( ເຈົ້າພາບ ) ແລະ ບຣູໄນ, ສ່ວນກຸ່ມ ບີ ( Group B ) ມີ: ​ມຽນມາ, ​ກຳປູເຈຍ ແລະ ​ຕີມໍ ເລສເຕ.

​ທີມທີ່ໄດ້ອັນດັບ 1 ຂອງກຸ່ມ ເອ ແລະ ບີ ຈະໄດ້ຜ່ານເຂົ້າສູ່ຮອບຊີງຊະນະເລີດ.

ສ່ວນ​ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ:

ວັນທີ 24/09/2026 ເວລາ 16:00 ບຣູໄນ ລາວ , ແຂ່ງຂັນຢູ່ທີ່ສະຫນາມກິລາ Mong Kok Stadium.

ວັນທີ 27/09/2026 ເວລາ 14:00 ຮົງກົງ ລາວ ,ແຂ່ງຂັນຢູ່ທີ່ສະຫນາມກິລາ Kai Tak Stadium.

​ຂ່າວຈາກ: ຂ່າວກິລາ ໂທລະພາບແຫ່ງຊາດລາວ,​ ສຕລ.​

Photo: ສຕລ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles