ລັດຖະບານ ສປປ ລາວ ຮ່ວມມືກັບມູນນິທິ Save Elephant Foundation ພັດທະນາລະບົບຄຸ້ມຄອງປະຊາກອນເສືອໂຄ່ງ ເພື່ອສະກັດກັ້ນການຄ້າສັດປ່າຂ້າມຊາດ

ໂຄງການດັ່ງກ່າວມີເປົ້າໝາຍສ້າງລະບົບຕິດຕາມກວດກາ ແລະ ຂຶ້ນທະບຽນເສືອໂຄງ ໃນກອງຫຼອນທັງ 6 ແຫ່ງທົ່ວປະເທດ ດ້ວຍການຝັງໄມໂຄຣຊິບ, ເກັບຕົວຢ່າງ DNA ແລະ ສ້າງຖານຂໍ້ມູນທີ່ຊັດເຈນ ເພື່ອປ້ອງກັນການລັກລອບຄ້າຂາຍສັດປ່າຜິດກົດໝາຍ.

ທີມງານສັດຕະວະແພດໄດ້ສຳເລັດການກວດກາ, ປະເມີນຜົນ, ຝັງໄມໂຄຣຊິບ ພ້ອມທັງດຳເນີນການ ໝັນ ເພື່ອຄວບຄຸມຈຳນວນປະຊາກອນເສືອໂຄງ ທີ່ມີຢູ່ປະມານ 50 ຫາ 300 ຕົວຕໍ່ແຫ່ງ ໃຫ້ຢູ່ໃນລະດັບທີ່ຄຸ້ມຄອງໄດ້.

ມາດຕະການອັນເຂັ້ມງວດນີ້ ຖືເປັນບາດກ້າວສຳຄັນໃນການຮັບປະກັນວ່າເສືອໂຄງ ທຸກຕົວມີຕົວຕົນ ທີ່ສາມາດກວດສອບໄດ້, ຊ່ວຍຍົກລະດັບການບັງຄັບໃຊ້ກົດໝາຍ ແລະ ປົກປ້ອງສັດປ່າໃກ້ສູນພັນ ຕາມສົນທິສັນຍາ CITES ຢ່າງມີປະສິດທິພາບ.

ຂໍ້ມູນ: Save Elephant Foundation ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles