ມື້ນີ້ ວັນທີ 21 ກັນຍາ 2026 ແມ່ນວັນຄົບຮອບ 45 ປີ ວັນສັນຕິພາບສາກົນ 21​ ກັນຍາ​ 1981 ຫາ​ 21 ກັນຍາ​ 2026

ວັນ​ສັນຕິພາບ​ສາກົນ​ International Day of Peace ຫຼື World Peace Day) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໂດຍ​ສະມັດຊາ​ໃຫຍ່​ ອົງການ​ສະຫະ​ປະຊາ​ຊາດ (UNGA) ​ໃນ​ປີ 1981 ​ເພື່ອ​ເສີມ​ຂະຫຍາຍ​ສັນຕິພາບ​ໃນ​ທົ່ວ​ໂລກ,​ ພ້ອມທັງເປັນວັນຢຸດຕິການສູ້ຮົບ, ການໃຊ້ຄວາມຮຸນແຮງ ໃນທົ່ວໂລກ, ດັ່ງນັ້ນ ສະມັດຊາໃຫຍ່ສະຫະປະຊາຊາດໄດ້ເລືອກເອົາວັນທີ 21 ກັນຍາ ຂອງທຸກໆປີ ເປັນວັນສະເຫລີມສະຫລອງ ວັນສັນຕິພາບສາກົນ!

ໃນໂລກປັດຈຸບັນ, ຄຳວ່າ “ສັນຕິພາບ” ບໍ່ໄດ້ຈຳກັດຢູ່ພຽງແຕ່ການຢຸດຍິງ ຫຼື ການປາສະຈາກສົງຄາມໃນສະໜາມຮົບເທົ່ານັ້ນ , ແຕ່ຍັງຄວບຄຸມໄປເຖິງ:

​ສັນຕິພາບທາງສັງຄົມ (Social Peace): ການເຄົາລົບສິດທິ, ສຽງ, ແລະ ຄວາມແຕກຕ່າງຂອງກັນ​ ແລະກັນ.​

ສັນຕິພາບທາງຈິດໃຈ (Inner Peace): ການມີເມດຕາ, ຫຼຸດຜ່ອນຄວາມອັກຄະຕິ, ແລະ ເປີດໃຈຮັບຟັງ.

ສັນຕິພາບກັບທຳມະຊາດ (Peace with Nature): ການຮັກສາສິ່ງແວດລ້ອມ ເພື່ອສົ່ງມອບໂລກທີ່ອຸດົມສົມບູນໃຫ້ຄົນຮຸ່ນຫຼັງ.​

ເນື່ອງໃນໂອກາດ ວັນສັນຕິພາບສາກົນ 2026 ນີ້, ຂໍເຊີນຊວນທຸກທ່ານຮ່ວມກັນເປັນສ່ວນນຶ່ງໃນການແຜ່ກະຈາຍພະລັງບວກ, ສ້າງມິດຕະພາບ, ແລະ ຮ່ວມມືກັນສ້າງສັງຄົມທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ຄວາມຫວັງ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles