ຫຼາຍຄົນທີ່ໄປອອກກຳລັງກາຍຕາມເດີ່ນແລ່ນ ຫຼື ສະໜາມກິລາ ອາດຈະຍັງບໍ່ຮູ້ວ່າ ແຕ່ລະລູ່ນັ້ນ ມີການແບ່ງໃຊ້ແນວໃດ ເຮັດໃຫ້ບາງເທື່ອ ຄົນແລ່ນໄວ ແລະ ຄົນຍ່າງອອກກຳລັງກາຍ ໄປປະປົນກັນຢູ່ລູ່ດຽວກັນ ຈົນເກີດການຊົນກັນ ຫຼື ລົບກວນກັນ.
ມື້ນີ້ ຂໍແນະນຳການແບ່ງໃຊ້ລູ່ແລ່ນ ທີ່ຖືກຕ້ອງ ເພື່ອຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.
ລູ່ທີ 1-3: ສຳລັບແລ່ນໄວ
ລູ່ໃນອອກຢູ່ຊັ້ນໃນສຸດ (ລູ່ 1-3) ແມ່ນສະຫງວນໄວ້ສຳລັບຜູ້ທີ່ຕ້ອງການ ແລ່ນໄວ ເຊັ່ນ ການແລ່ນຝຶກຄວາມໄວ (Sprint), ການແລ່ນແຂ່ງຂັນ ຫຼື ຜູ້ທີ່ຕ້ອງການແລ່ນແບບເຕັມແຮງ. ເນື່ອງຈາກລູ່ໃນ ມີໄລຍະທາງສັ້ນກວ່າລູ່ນອກ (ຍ້ອນເສັ້ນຮອບວົງນ້ອຍກວ່າ) ຈຶ່ງເໝາະສຳລັບການແລ່ນທີ່ຕ້ອງການຄວາມໄວ ແລະ ຄວາມແມ່ນຢຳໃນທິດທາງ.
ລູ່ທີ 4-6: ສຳລັບແລ່ນຊ້າ
ລູ່ກາງ (ລູ່ 4-6) ແມ່ນເໝາະສຳລັບຜູ້ທີ່ ແລ່ນຊ້າ ຫຼື ແລ່ນເພື່ອສຸຂະພາບ (Jogging) ບໍ່ໄດ້ເນັ້ນຄວາມໄວ ແຕ່ເນັ້ນຄວາມອົດທົນ ແລະ ໄລຍະທາງ ເໝາະສຳລັບຜູ້ທີ່ຢາກແລ່ນອອກກຳລັງກາຍແບບຕໍ່ເນື່ອງເປັນເວລາດົນ ໂດຍບໍ່ຮີບຮ້ອນລູ່ນີ້ ຍັງເໝາະສຳລັບຜູ້ເລີ່ມຕົ້ນຝຶກແລ່ນ ຫຼື ຜູ້ທີ່ຕ້ອງການແລ່ນສະຫຼັບກັບການຍ່າງ (Interval)
ລູ່ທີ 7 ຂຶ້ນໄປ: ສຳລັບຍ່າງອອກກຳລັງກາຍ
ລູ່ນອກສຸດ (ລູ່ 7 ຂຶ້ນໄປ) ແມ່ນສະຫງວນໄວ້ສຳລັບຜູ້ທີ່ ຍ່າງອອກກຳລັງກາຍ ບໍ່ວ່າຈະເປັນຜູ້ສູງອາຍຸ, ຜູ້ທີ່ພິກສະໜາໃໝ່ ຫຼື ຜູ້ທີ່ຕ້ອງການຍ່າງເພື່ອຜ່ອນຄາຍ ບໍ່ໄດ້ເນັ້ນຄວາມໄວ
ການແຍກລູ່ນອກສຸດໃຫ້ຄົນຍ່າງ ຈະຊ່ວຍໃຫ້ບໍ່ຖືກລົບກວນ ຫຼື ຖືກແຊງຜ່ານໂດຍຄົນແລ່ນ ພ້ອມທັງເປັນການປ້ອງກັນອຸບັດຕິເຫດ ຈາກການຊົນກັນລະຫວ່າງຄົນແລ່ນໄວ ແລະ ຄົນຍ່າງຊ້າ
ເປັນຫຍັງຈຶ່ງຄວນປະຕິບັດຕາມກົດນີ້?
1. ຄວາມປອດໄພ: ການແບ່ງລູ່ຕາມຄວາມໄວ ຊ່ວຍປ້ອງກັນອຸບັດຕິເຫດ ລົດຊົນກັນ ລະຫວ່າງຜູ້ທີ່ຄວາມໄວແຕກຕ່າງກັນ
2. ຄວາມເປັນລະບຽບ: ເມື່ອທຸກຄົນຮູ້ໜ້າທີ່ຂອງຕົນ ບໍ່ວ່າຈະເປັນຄົນແລ່ນໄວ, ແລ່ນຊ້າ ຫຼື ຍ່າງ ຈະເຮັດໃຫ້ເດີ່ນແລ່ນນັ້ນ ໃຊ້ງານໄດ້ຄ່ອງຕົວ ບໍ່ສັບສົນວຸ້ນວາຍ
3. ຄວາມສະດວກໃນການແຊງຜ່ານ: ຫາກຕ້ອງການແຊງຜ່ານຄົນຂ້າງໜ້າ ຄວນແຊງທາງລູ່ນອກ (ດ້ານຂວາ) ແລະ ກັບຄືນລູ່ເດີມ ຫຼັງແຊງຜ່ານແລ້ວ ເພື່ອບໍ່ໃຫ້ກີດຂວາງຄົນອື່ນ


