ໃນຄ່ຳຄືນວັນທີ 19 ກັນຍາ 2026 ຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ, The Pianist Vientiane ໄດ້ຈັດງານສະແດງດົນຕີຄັ້ງຍິ່ງໃຫຍ່ “A Symphony of Heritage Orchestra Concert for Charity” ເຊິ່ງໄດ້ຮັບຄວາມສົນໃຈ ແລະ ມີຜູ້ເຂົ້າຊົມຢ່າງຫຼວງຫຼາຍກ່ວາ 1000 ຄົນ ທັງພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ບັນຍາກາດພາຍໃນງານເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຄວາມປະທັບໃຈ.
ງານຄອນເສີດໃນຄັ້ງນີ້ ມີຈຸດເດັ່ນຄືການນຳເອົາບົດເພງລາວຄລາສສິກລະດັບຕຳນານ 10 ບົດເພງ ມາຮຽບຮຽງໃໝ່ ໂດຍ ອາຈານ ອາລຸນຍະເດດ ລາດຊະໂຫດີ ແລະການບັນເລງຮ່ວມກັນຂອງນັກດົນຕີຝີມືດີຫຼາຍກ່ວາ່ 40 ຊີວິດ. ພິເສດ, ຍັງໄດ້ຮັບກຽດຈາກ ທ່ານ Mathias Boegner ນັກໄວໂອລິນມືອາຊີບລະດັບສາກົນຈາກປະເທດສະວິດ ທີ່ມາຮ່ວມສະແດງດ່ຽວໄວໂອລິນ ພ້ອມທັງຜະສານສຽງດົນຕີຄລາສສິກສາກົນເຂົ້າກັບ “ສຽງແຄນລາວ” ມໍລະດົກວັດທະນະທຳຂອງຊາດ ໄດ້ຢ່າງກົມກຽວ, ສ້າງມິຕິໃໝ່ໃຫ້ແກ່ວົງການດົນຕີ ແລະ ສ້າງຄວາມຕື່ນຕາຕື່ນໃຈໃຫ້ແກ່ຜູ້ຊົມເປັນຢ່າງຍິ່ງ.

ນອກຈາກຄວາມມ່ວນຊື່ນ ແລະ ສິລະປະດົນຕີລະດັບສູງແລ້ວ, ງານຄັ້ງນີ້ຍັງເປັນງານເພື່ອສັງຄົມຢ່າງແທ້ຈິງ ໂດຍລາຍໄດ້ຈາກການຂາຍປີ້ ແລະ ການສະໜັບສະໜູນ ຈະຖືກນຳໄປຈັດຊື້ອຸປະກອນດົນຕີທີ່ຍັງຂາດເຂີນ ມອບໃຫ້ແກ່ນ້ອງໆ ນັກຮຽນ ວິທະຍາໄລສິລະປະແຫ່ງຊາດ ເພື່ອເປີດໂອກາດໃຫ້ນັກຮຽນໄດ້ມີເຄື່ອງດົນຕີໃນການຝຶກຊ້ອມຫຼາຍ ແລະທັນສະໄໝຂຶ້ນ ເປັນການປະກອບສ່ວນເຂົ້າໃນການສ້າງບຸກຄະລາກອນສິລະປະ-ດົນຕີຮຸ່ນໃໝ່ໃຫ້ແກ່ປະເທດຊາດ.
ທາງຄະນະຈັດງານ The Pianist Vientiane ໄດ້ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ, ຜູ້ສະໜັບສະໜູນ, ແລະ ຜູ້ຊົມທຸກທ່ານ ທີ່ຮ່ວມເປັນສ່ວນໜຶ່ງໃນການສ້າງສັນຄ່ຳຄືນອັນມີຄວາມໝາຍ ແລະ ສົ່ງຕໍ່ພະລັງແຫ່ງການແບ່ງປັນໃຫ້ແກ່ວົງການສິລະປະດົນຕີລາວໃນຄັ້ງນີ້.








