ລາວ – ສ ເກົາຫຼີ ຮ່ວມມືດ້ານພື້ນຖານໂຄງລ່າງ ແລະ ເຕັກໂນໂລຊີອັດສະລິຍະ

​ວັນທີ 15 ກັນຍາ 2026​ ນີ້, ໃນໂອກາດເຂົ້າຮ່ວມກອງປະຊຸມ GICC 2026 ຂອງ​ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ພົບປະ ແລະ ປຶກສາຫາລືສອງຝ່າຍກັບ ທ່ານ ຄິມ ຢຸນ ດຸກ (KIM YUN-DOK) ລັດຖະມົນຕີ ກະຊວງທີ່ດິນ ພື້ນຖານໂຄງລ່າງ ແລະ ຂົນສົ່ງ (MOLIT) ແຫ່ງ ສ ເກົາຫຼີ.

ການພົບປະຄັ້ງນີ້ ໄດ້ຕີລາຄາສູງຕໍ່ຄວາມຮ່ວມມືອັນດີ ລະຫວ່າງ ສອງປະເທດ ແລະ ສອງກະຊວງ ໃນໄລຍະຜ່ານມາ ຜ່ານບັນດາໂຄງການຊ່ວຍເຫຼືອຕ່າງໆ ພ້ອມນີ້ ຝ່າຍລາວ ໄດ້ນໍາສະເໜີຂໍ້ສະເໜີສໍາຄັນ ເພື່ອສືບຕໍ່ຮ່ວມມືໃນຕໍ່ໜ້າ:

1).​ ການຊ່ວຍເຫຼືອດ້ານເຕັກນິກວິຊາການ ພາຫະນະກົນຈັກ ແລະ ເຕັກໂນໂລຊີທີ່ທັນສະໄໝ ສໍາລັບການສ້າງຕັ້ງໜ່ວຍງານສ້ອມແປງເສັ້ນທາງໃນແຕ່ລະແຂວງ.​

2).​ ການດຶງດູດການລົງທຶນ ຄວາມຊໍານານງານ ແລະ ເຕັກໂນໂລຊີອັດສະລິຍະຈາກ ສ ເກົາຫຼີ ເພື່ອການພັດທະນາພື້ນຖານໂຄງລ່າງຢູ່ ສປປ ລາວ ໃຫ້ມີຄວາມຍືນຍົງ ໂດຍສະເພາະແມ່ນໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ.​

3).​ ການເລັ່ງລັດຈັດຕັ້ງຜັນຂະຫຍາຍ MOU ທີ່ໄດ້ລົງນາມຮ່ວມກັນ ໃຫ້ປາກົດເປັນຮູບປະທໍາໂດຍໄວ.

ສອງຝ່າຍ ໄດ້ໃຫ້ຄໍາໝັ້ນສັນຍາວ່າ​ ຈະສືບຕໍ່ຮັດແໜ້ນຄວາມຮ່ວມມື ແລະ ແລກປ່ຽນບົດຮຽນນໍາກັນຢ່າງແໜ້ນແຟ້ນ ເພື່ອພັດທະນາຂະແໜງການໂຍທາທິການ ແລະ ຂົນສົ່ງ ໃຫ້ຈະເລີນກ້າວໜ້າ.

​ທີ່ມາ: ວຽງຈັນໃໝ່

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles