ພິທີລົງນາມ MOU ສຶກສາ-ອອກແບບ ແລະ ພັດທະນາທາງຫຼວງ 13 ໃຕ້ ຊ່ວງຫຼັກ 35 ຫາ ຊາຍແດນແຂວງສາລະວັນ ໄດ້ຈັດຂຶ້ນທີ່ຫ້ອງວ່າການແຂວງສະຫວັນນະເຂດ ໃນ ວັນທີ 16 ກັນຍາ 2026.
ທ່ານ ສຸວັນ ແສງຈຳພອນ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ຂຶ້ນຜ່ານບົດລາຍງານປະຫວັດ ແລະ ສະພາບຂອງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຊ່ວງຜ່ານແຂວງສະຫວັນນະເຂດ ຈາກກິໂລແມັດທີ 384 ຫາ ກິໂລແມັດທີ 541, ເລີ່ມແຕ່ຂົວເຊບັ້ງໄຟ ຊາຍແດນແຂວງຄຳມ່ວນ ຫາ ຂົວເຊບັ້ງນວນ ຊາຍແດນແຂວງສາລະວັນ, ລວງຍາວ 157 ກິໂລແມັດ.
ການດຳເນີນງານໃນຄັ້ງນີ້ ແມ່ນອີງໃສ່ນະໂຍບາຍຂອງລັດຖະບານ ວ່າດ້ວຍການຊຸກຍູ້-ສົ່ງເສີມການກໍ່ສ້າງ ແລະສ້ອມແປງທາງໃນໄລຍະໃໝ່ ຕາມມະຕິສະພາແຫ່ງຊາດ ເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ແລະມະຕິລັດຖະບານ ເລກທີ 10/ລບ, ລົງວັນທີ 1 ກັນຍາ 2025, ໂດຍກຳນົດໃຫ້ສາມາດນຳໃຊ້ຮູບແບບ Output and Performance-Based Road Contracts (OPBRC) ຄວບຄູ່ກັບ Public Road Toll Collection (PRTC) ໃນການພັດທະນາ ແລະ ບູລະນະຮັກສາເສັ້ນທາງ.
ສຳລັບຮູບແບບການດຳເນີນງານດັ່ງກ່າວ, ບໍລິສັດຈະເປັນຜູ້ລົງທຶນໃນການສຶກສາຄວາມເປັນໄປໄດ້, ສຳຫຼວດ-ອອກແບບ ແລະຮັບເໝົາກໍ່ສ້າງໃນໄລຍະ 3 ປີ, ພ້ອມດຳເນີນການບູລະນະຮັກສາໃນໄລຍະ 7 ປີ ລວມຢູ່ໃນສັນຍາດຽວກັນ. ສ່ວນການເກັບຄ່າຜ່ານທາງ ແມ່ນລັດຈະເປັນຜູ້ດຳເນີນການຜ່ານລະບົບທັນສະໄໝຂອງທະນາຄານ, ໂດຍມີການເກັບຄ່າຜ່ານທາງຈາກພາຫະນະບັນທຸກນ້ຳໜັກ 12 ໂຕນຂຶ້ນໄປ ເພື່ອນຳມາຊຳລະຄືນໃຫ້ຜູ້ລົງທຶນພາຍໃນໄລຍະ 10 ປີ, ທັງນີ້ ລາຍລະອຽດຈະອີງຕາມຜົນການສຶກສາຄວາມເປັນໄປໄດ້.
ທີ່ມາ: ສະຫວັນພັດທະນາ ຂ່າວ


