ບໍລິສັດ ສະຕາ ຟິນເທັກ ຈຳກັດຜູ້ດຽວ (Umoney ) ໄດ້ຄວ້າລາງວັນ Laos Technology Excellence Award ສຳລັບ Fintech ສາຂາ Financial Services ໃນເວທີລະດັບສາກົນ Asian Technology Excellence Awards 2026 ເຊີງງານດັ່ງກ່າວໄດ້ຈັດຂື້ນທີ່ບາງກອກ,ປະເທດໄທ .
ໃນວັນທີ 17 ກັນຍາ 2026 ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ຫືຼ ທີ່ຮູ້ຈັກກັນໃນນາມ Umoney (ບໍລິສັດໃນເຄືອ ຢູນີເທວ) ໄດ້ສ້າງຊື່ສຽງໃຫ້ແກ່ ສປປ ລາວ ອີກຄັ້ງ ດ້ວຍການຄວ້າລາງວັນຊົງກຽດຈາກເວທີລະດັບພາກພື້ນອາຊີ Asian Technology Excellence Awards 2026 ສາຂາ ເຕັກໂນໂລຊີການເງິນ (Fintech). ຜົນສຳເລັດຄັ້ງນີ້ ໄດ້ສະທ້ອນໃຫ້ເຫັນເຖິງວິໄສທັດອັນກວ້າງໄກ ແລະ ຄວາມມຸ່ງໝັ້ນຂອງ Umoney ໃນການພັດທະນາລະບົບນິເວດການເງິນດິຈິຕອນ ທີ່ແນໃສ່ໃຫ້ປະຊາຊົນທຸກລະດັບສາມາດເຂົ້າເຖິງໄດ້ຢ່າງສະດວກ, ປອດໄພ ແລະ ຄອບຄຸມທົ່ວປະເທດ.

ຍົກລະດັບຈາກ “ກະເປົາເງິນດິຈິຕອນ” ສູ່ “ລະບົບນິເວດທາງການເງິນຄົບວົງຈອນ” ມາຮອດປັດຈຸບັນ, Umoney ບໍ່ໄດ້ເປັນພຽງແອັບພລິເຄຊັນສຳລັບການຊຳລະເງິນທົ່ວໄປອີກຕໍ່ໄປ, ແຕ່ໄດ້ຫັນປ່ຽນສູ່ການເປັນສູນກາງທາງການເງິນແບບຄົບວົງຈອນ ທີ່ເຊື່ອມຕໍ່ທຸກພາກສ່ວນໃນສັງຄົມເຂົ້າໄວ້ນຳກັນ:
• ດ້ວຍຖານລູກຄ້າທີ່ເຕີບໂຕຢ່າງແຂງແກ່ນ: ໃນເດືອນມີນາ 2026 ມີຍອດຜູ້ລົງທະບຽນນຳໃຊ້ທີ່ທະລຸ ຫຼາຍກວ່າ 1.8 ລ້ານຄົນ (ມີຜູ້ໃຊ້ງານເຄື່ອນໄຫວຈິງເຖິງ 250,000 ຄົນຕໍ່ເດືອນ) ພ້ອມດ້ວຍຈຸດຕົວແທນບໍລີການທີ່ກວມເອົາທັງໝົດ 18 ແຂວງທົ່ວປະເທດ.
ສະໝອງລູກຄ້າທົ່ວໄປ: ອຳນວຍຄວາມສະດວກໃນທຸກການໃຊ້ຈ່າຍໃນຊີວິດປະຈຳວັນ, ການໂອນເງິນຂ້າມທະນາຄານ ແລະ ການຝາກປະຈຳອອນລາຍ. ພ້ອມທັງມີຈຸດບໍລິການຕົວແທນ ທີ່ຊ່ວຍແກ້ໄຂບັນຫາດານຂໍ້ຈຳກັດທາງດ້ານໄລຍະທາງ ເພື່ອໃຫ້ຊຸມຊົນໃນເຂດຫ່າງໄກສາມາດເຂົ້າເຖິງການເງິນໄດ້ຢ່າງເທົ່າທຽມ.

• ສະໜອງໂຊລູຊັນໃຫ້ພາກທຸລະກິດ: ຍົກລະດັບການບໍລິຫານຈັດການໃຫ້ຮ້ານຄ້າ ດ້ວຍລະບົບຮັບຊຳລະຜ່ານ QR Code, ລະບົບຊ່ອງທາງການຊຳລະເງິນ (Payment Gateway), ລະບົບສະສົມຄະແນນ (Loyalty Solutions), ບັດສ່ວນຫຼຸດ ແລະ ການຈັດການການຂາຍທີ່ທັນສະໄໝ.
ບາດກ້າວທີ່ສຳຄັນທີ່ສຸດໃນປີ 2026 ແມ່ນການທີ່ Umoney ໄດ້ຮັບອະນຸມັດຈາກ ທະນາຄານແຫ່ງ ສປປ ລາວ ໃຫ້ເປັນບໍລິສັດທຳອິດທີ່ໄດ້ເຂົ້າຮ່ວມໂຄງການທົດສອບນະວັດຕະກຳທາງການເງິນ (Regulatory Sandbox) ສຳລັບ ການປ່ອຍສິນເຊື່ອດິຈິຕອນ. ບໍລິການໃໝ່ນີ້ ຈະກວມເອົາຮູບແບບການເບີກເງິນເດືອນລ່ວງໜ້າ, ສິນເຊື່ອເງິນສົດຂະໜາດນ້ອຍ ແລະ ການຜ່ອນຊຳລະ. ໂດຍທຸກຂັ້ນຕອນແມ່ນຖືກຂັບເຄື່ອນດ້ວຍເຕັກໂນໂລຊີທີ່ປອດໄພສູງສຸດ ເຊັ່ນ: ລະບົບຢືນຢັນຕົວຕົນ (eKYC), ການປະເມີນຄະແນນສິນເຊື່ອ (Credit Scoring) ແລະ ລະບົບປ້ອງກັນການສໍ້ໂກງ ເຊິ່ງເນັ້ນໜັກເຖິງການປ່ອຍສິນເຊື່ອທີ່ມີຄວາມຮັບຜິດຊອບ ແລະ ຄຸ້ມຄອງຄວາມສ່ຽງຢ່າງຍືນຍົງ.

ເພື່ອຕອບສະໜອງການໃຊ້ຊີວິດຍຸກດິຈິຕອນໃນທຸກມິຕິ, Umoney ໄດ້ຂະຫຍາຍເຄືອຂ່າຍການຮ່ວມມືກັບບັນດາອົງກອນແຖວໜ້າລະດັບປະເທດ ແລະ ສາກົນ ເຊັ່ນ: ລັດວິສາຫະກິດ ການບິນລາວ (Lao Airlines), Visa, Loca, ແລະ Green SM. ການຮ່ວມມືເຫຼົ່ານີ້ ແມ່ນການເຊື່ອມໂຍງການຊຳລະເງິນເຂົ້າກັບທຸກຂະແໜງການ ບໍ່ວ່າຈະເປັນການເດີນທາງ, ຄົມມະນາຄົມ, ການຄ້າ ແລະ ການຊຳລະເງິນລະຫວ່າງປະເທດ ຢ່າງແທ້ຈິງ.
ໃນທ້າຍທີ່ສຸດ, ເປົ້າໝາຍອັນສູງສຸດຂອງ Umoney ບໍ່ໄດ້ຢຸດຢູ່ພຽງແຕ່ການຂັບເຄື່ອນ ສປປ ລາວ ສູ່ ສັງຄົມໄຮ້ເງິນສົດ ແຕ່ແມ່ນການສ້າງ “ໂອກາດໃນການເຂົ້າເຖິງການບໍລິການທາງການເງິນຢ່າງທົ່ວເຖິງເພື່ອໃຫ້ທຸກພາກສ່ວນ ບໍ່ວ່າຈະເປັນປະຊາຊົນ ຫຼື ພາກທຸລະກິດ ສາມາດເຂົ້າເຖິງແຫຼ່ງການເງິນທີ່ປອດໄພ, ເປັນປະໂຫຍດ ແລະ ເຕີບໂຕໄປພ້ອມກັນໃນຍຸກເສດຖະກິດດິຈິຕອນ.
Umoney ເພື່ອນຄູ່ໃຈທາງການເງິນ ຫຼາຍກວ່າການຊຳລະເງິນ ຄືການກ້າວສູ່ການເງິນດິຈິຕອນທີ່ທຸກຄົນເຂົ້າເຖິງໄດ້


