ແຂວງວຽງຈັນ ແລະ ຈັງຫວັດເລີຍ ເຫັນດີສົ່ງເສີມການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” (ບ້ານວັງ – ບ້ານຄົກໄຜ່) ເພື່ອເພີ່ມທະວີການເຊື່ອມໂຍງ ແລະ ການຮ່ວມມືຊາຍແດນ

ວັນທີ 17 ກັນຍາ 2026, ຢູ່ທີ່ ອຳເພີຊຽງຄານ, ຈັງຫວັດເລີຍ, ຣາຊະອານາຈັກໄທ, ໄດ້ມີການຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ (ແຂວງວຽງຈັນ – ຈັງຫວັດເລີຍ) ຄັ້ງທີ 21.

ປະທານຮ່ວມກອງປະຊຸມ:

ຝ່າຍລາວ: ທ່ານ ພູວົງ ບຸນຊູ, ຮອງເລຂາຄະນະບໍລິຫານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ (ຫົວໜ້າຄະນະຜູ້ແທນ).

ຝ່າຍໄທ: ທ່ານ ໄຊພົດ ຈະຣຸນພົງ, ຜູ້ວ່າລາຊະການຈັງຫວັດເລີຍ (ຫົວໜ້າຄະນະຜູ້ແທນ).

ກອງປະຊຸມໄດ້ທົບທວນຄືນຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 20 (15 ກັນຍາ 2023 ທີ່ເມືອງວັງວຽງ​ ສປປ​ ລາວ). ທັງສອງຝ່າຍໄດ້ປະເມີນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືໃນຖານະບ້ານໃກ້ເຮືອນຄຽງ ໄດ້ຮັບການພັດທະນາຂຶ້ນຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດອັນຈົບງາມ.

ທິດທາງ ແລະ ເນື້ອໃນການຮ່ວມມືໃນຕໍ່ໜ້າ:

ດ້ານພື້ນຖານໂຄງລ່າງ ແລະ ການເຊື່ອມໂຍງ: ເຫັນດີສົ່ງເສີມການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ (ເມືອງໝື່ນ, ແຂວງວຽງຈັນ) ເຊື່ອມຕໍ່ກັບ ດ່ານຖາວອນບ້ານຄົກໄຜ່ (ອຳເພີປາກຊົມ, ຈັງຫວັດເລີຍ) ພ້ອມທັງຍົກລະດັບດ່ານສາກົນຄູ່ຂະໜານ ເພື່ອອຳນວຍຄວາມສະດວກດ້ານການຄົມມະນາຄົມ, ການຂົນສົ່ງ ແລະ ການຄ້າ-ການລົງທຶນ (ໂດຍສະເພາະພືດຜົນກະສິກຳ).

ຄວາມສະຫງົບ ແລະ ຄວາມຮຽບຮ້ອຍຊາຍແດນ: ສືບຕໍ່ສ້າງຊາຍແດນແຫ່ງສັນຕິພາບ; ເພີ່ມທະວີການແລກປ່ຽນຂໍ້ມູນ-ຂ່າວສານ ເພື່ອສະກັດກັ້ນອາຊະຍາກຳຂ້າມຊາດ, ການລັກລອບຂົນສົ່ງສິ່ງຜິດກົດໝາຍ, ການຄ້າມະນຸດ ແລະ ແຮງງານຜິດກົດໝາຍ.

ການຄຸ້ມຄອງດ່ານ ແລະ ເຂົ້າ-ອອກເມືອງ: ອຳນວຍຄວາມສະດວກໃຫ້ ປະຊາຊົນ, ນັກທ່ອງທ່ຽວ ແລະ ຜູ້ປະກອບການ ເດີນທາງຂ້າມແດນຢ່າງສະດວກ, ປອດໄພ ແລະ ຖືກຕ້ອງຕາມກົດໝາຍ.

ການຮ່ວມມືຕາມລຳແມ່ນ້ຳຂອງ: ເພີ່ມທະວີການກວດກາ, ປ້ອງກັນຕາຝັ່ງເຈື່ອນ, ຈັດລະບຽບການແລ່ນເຮືອ ແລະ ແຈ້ງຂໍ້ມູນລ່ວງໜ້າກ່ອນມີການກໍ່ສ້າງ ຫຼື ດຳເນີນກິດຈະກຳໃນບໍລິເວນແມ່ນ້ຳຂອງ.

ການຕ້ານຢາເສບຕິດ: ເນັ້ນໃສ່ການແລກປ່ຽນຂໍ້ມູນ, ປະສານງານ ແລະ ຈັດກອງປະຊຸມຮ່ວມກັນຢ່າງໜ້ອຍ 2 ຄັ້ງ/ປີ ໂດຍຜັດປ່ຽນກັນເປັນເຈົ້າພາບ.

ເສດຖະກິດ, ການທ່ອງທ່ຽວ ແລະ ວັດທະນະທຳ: ສົ່ງເສີມການຈັບຄູ່ທຸລະກິດ, ການທ່ອງທ່ຽວແບບສີຂຽວ (ເມືອງເຟືອງ, ເມືອງວັງວຽງ, ເມືອງແກ້ວອຸດົມ), ການສຶກສາ, ກິລາ, ສາທາລະນະສຸກ ແລະ ການແລກປ່ຽນວັດທະນະທຳ-ວິຊາການ.

ແຜນການໃນຕໍ່ໜ້າ:ທັງສອງຝ່າຍຕົກລົງໃຫ້ ກອງເລຂາຄະນະປະສານງານ ແລະ ເມືອງ-ອຳເພີ ທີ່ມີເຂດຕິດຊາຍແດນ ພົບປະປະສານງານກັນຢ່າງໜ້ອຍ 1 ຄັ້ງ/ປີ. ພ້ອມນີ້, ໄດ້ກຳນົດໃຫ້ ແຂວງວຽງຈັນ ເປັນເຈົ້າພາບຈັດກອງປະຊຸມ ຄັ້ງທີ 22 ໃນຄັ້ງຕໍ່ໄປ.

ຂໍ້ມູນຈາກ: ແຂວງວຽງຈັນໂພສ໌

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles