ປະເທດອິນໂດເນເຊຍ ໄດ້ປະກາດ “ຫ້າມບໍ່ໃຫ້ມີການຂີ່ຊ້າງ” ໃນສູນອະນຸລັກ ແລະ ສະຖານທີ່ທ່ອງທ່ຽວສັດປ່າທົ່ວປະເທດຢ່າງເປັນທາງການ

ປະເທດອິນໂດເນເຊຍ ໄດ້ປະກາດ “ຫ້າມບໍ່ໃຫ້ມີການຂີ່ຊ້າງ” ໃນສູນອະນຸລັກ ແລະ ສະຖານທີ່ທ່ອງທ່ຽວສັດປ່າທົ່ວປະເທດຢ່າງເປັນທາງການ ເຊິ່ງຖືເປັນການປ່ຽນແປງຄັ້ງປະຫວັດສາດ ເພື່ອປົກປ້ອງຊ້າງຈາກຄວາມເຈັບປວດ ແລະ ຄວາມທຸກທໍລະມານ ປາກົດການນີ້ຖືເປັນໄຊຊະນະຄັ້ງໃຫຍ່ຂອງນັກເຄື່ອນໄຫວເພື່ອສະຫວັດດີພາບຂອງສັດ.

ສິ່ງທີ່ຫ້າມເຮັດ: ບໍ່ມີການຂີ່ຫຼັງຊ້າງ, ບໍ່ມີການຝຶກຊ້າງຢ່າງຮຸນແຮງ ແລະ ບໍ່ມີການກັກຂັງທີ່ຂັດກັບທຳມະຊາດ.

ສິ່ງທີ່ເຮັດໄດ້: ນັກທ່ອງທ່ຽວຍັງສາມາດເບິ່ງຊ້າງໄດ້ຢ່າງໃກ້ຊິດ, ຮຽນຮູ້ວິຖີຊີວິດ, ຖ່າຍຮູບງາມໆ ແລະ ເກັບຄວາມຊົງຈຳໄດ້ຄືເກົ່າ.

ທິດທາງໃໝ່: ເນັ້ນການທ່ອງທ່ຽວແບບອະນຸລັກ ໂດຍໃຫ້ການສຶກສາ ແລະ ເບິ່ງຊ້າງຢູ່ຕາມທຳມະຊາດຢ່າງໃຫ້ກຽດ.

ສະຫຼຸບ: ການຕັດສິນໃຈຄັ້ງນີ້ຂອງອິນໂດເນເຊຍ ບໍ່ພຽງແຕ່ຊ່ວຍ “ປົດປ່ອຍພາລະຢູ່ເທິງຫຼັງ” ຂອງຊ້າງເທົ່ານັ້ນ ແຕ່ຍັງເປັນການສ້າງອະນາຄົດທີ່ຍືນຍົງທີ່ມະນຸດ ແລະ ສັດປ່າສາມາດຢູ່ຮ່ວມກັນໄດ້ໂດຍບໍ່ຕ້ອງເບິ່ງສັດເປັນພຽງເຄື່ອງມືສ້າງຄວາມບັນເທີງອີກຕໍ່ໄປ.

ແຫຼ່ງຂໍ້ມູນອ້າງອີງ: Ministry of Environment and Forestry, Indonesia (KLHK)

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles