ວຽງຈັນ, 17 ກັນຍາ 2026 — ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ມອບຕົວຜູ້ຖືກຫາສັນຊາດໄທ ຈຳນວນ 129 ຄົນ, ໃນນັ້ນເປັນເພດຍິງ 57 ຄົນ, ໃຫ້ແກ່ເຈົ້າໜ້າທີ່ໄທ ເພື່ອສືບຕໍ່ດຳເນີນຄະດີຕາມກົດໝາຍ.
ພິທີມອບ-ຮັບ ຈັດຂຶ້ນທີ່ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ເຂດນະຄອນຫຼວງວຽງຈັນ-ໜອງຄາຍ ໂດຍອີງໃສ່ກົດໝາຍລາວວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ລວມເຖິງການປະສານງານລະຫວ່າງທາງການລາວ ແລະ ໄທ.
ບຸກຄົນທັງ 129 ຄົນ ຖືກເຈົ້າໜ້າທີ່ລາວກວດຄົ້ນ ແລະ ກັກຕົວໄດ້ໃນວັນທີ 28 ສິງຫາ 2026 ຈາກການກວາດລ້າງກຸ່ມທີ່ຖືກລະບຸວ່າ ກ່ຽວຂ້ອງກັບອາຊະຍາກຳທາງອິນເຕີເນັດ ແລະ ພະນັນອອນລາຍ.
ການກວດຄົ້ນດຳເນີນຂຶ້ນຢູ່ ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັນ ກໍລໍລີ່, ບ້ານຝາຍ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ການມອບຕົວຄັ້ງນີ້ ມີຕາງໜ້າຝ່າຍລາວ ແລະ ຝ່າຍໄທ ຮ່ວມລົງນາມໃນເອກະສານມອບ-ຮັບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຈາກທັງສອງຝ່າຍ.
ທາງການລາວຍັງແຈ້ງວ່າ ຫາກປະຊາຊົນພົບເຫັນບຸກຄົນ ຫຼື ກຸ່ມຄົນທີ່ອາດມີພຶດຕິກຳກ່ຽວຂ້ອງກັບອາຊະຍາກຳອອນລາຍ ຫຼື ພະນັນອອນລາຍ ສາມາດແຈ້ງເຫດໄດ້ທີ່ ສາຍດ່ວນ 1533 ຕະຫຼອດ 24 ຊົ່ວໂມງ.
ທີ່ມາ: KPL


