ຈຳປາສັກເລັ່ງຄຸມ ພະຍາດອະຫິວາໝູອາຟຣິກາ ! ພົບການລະບາດ 5 ແຂວງ 13 ເມືອງ ໝູຕາຍ-ຖືກທຳລາຍ 11,396 ໂຕ

ຄະນະກຳມະການປົກຄອງແຂວງຈຳປາສັກ ອອກແຈ້ງການເພີ່ມທະວີ ຕິດຕາມ, ເຝົ້າລະວັງ ແລະ ສະກັດກັ້ນການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ຫຼັງມີລາຍງານການລະບາດຢູ່ຫຼາຍທ້ອງຖິ່ນ.

ຕາມແຈ້ງການ ສະຖານະການລະບາດປັດຈຸບັນກວມເອົາ 5 ແຂວງ, 13 ເມືອງ ແລະ 81 ບ້ານ ໂດຍມີໝູຕາຍ ແລະ ຖືກຂ້າທຳລາຍລວມ 11,396 ໂຕ ສ້າງຄວາມເສຍຫາຍດ້ານເສດຖະກິດ ແລະ ເປັນຄວາມສ່ຽງຕໍ່ການຄ້ຳປະກັນສະບຽງອາຫານ.

ແຈ້ງການລະບຸວ່າ ພະຍາດອະຫິວາໝູອາຟຣິກາ ເຄີຍແຜ່ລະບາດເຂົ້າມາໃນ ສປປ ລາວ ເປັນຄັ້ງທຳອິດໃນເດືອນມິຖຸນາ 2019 ທີ່ເມືອງຕຸ້ມລານ ແຂວງສາລະວັນ. ຕໍ່ມາໃນເດືອນມິຖຸນາ 2026 ໄດ້ມີລາຍງານການລະບາດຢູ່ແຂວງໄຊຍະບູລີ ແລະ ຜົ້ງສາລີ ແລະ ຕໍ່ມາໄດ້ແຜ່ລາມໄປສູ່ຫົວພັນ, ໄຊສົມບູນ ແລະ ນະຄອນຫຼວງວຽງຈັນ.

ເພື່ອສະກັດກັ້ນບໍ່ໃຫ້ການລະບາດແຜ່ອອກເປັນວົງກວ້າງ ຄະນະກຳມະການປົກຄອງແຂວງ ໄດ້ມອບໝາຍໃຫ້ພະແນກກະສິກຳ ແລະ ສິ່ງແວດລ້ອມ ພ້ອມອົງການປົກຄອງເມືອງ-ນະຄອນ ເພີ່ມທະວີການຕິດຕາມ ແລະ ເຝົ້າລະວັງ ພ້ອມກະກຽມຮັບມືກັບການລະບາດຮອບໃໝ່.

ຖ້າພົບເຫັນໝູເຈັບ ຫຼື ຕາຍ ໃຫ້ເກັບຕົວຢ່າງສົ່ງສູນວິໄຈພະຍາດສັດ ແລະ ລາຍງານຕໍ່ພາກສ່ວນວິຊາການໂດຍດ່ວນ. ໃນເບື້ອງຕົ້ນ ໃຫ້ແຍກຄອກສັດເຈັບອອກຈາກຄອກສັດແຂງແຮງ, ຫ້າມເຄື່ອນຍ້າຍໝູອອກຈາກຟາມ, ກຳຈັດຊາກສັດຕາຍຕາມຫຼັກວິຊາການ ແລະ ຫ້າມຂ້າ ຫຼື ຄົວສັດທີ່ເຈັບ.

ສຳລັບກໍລະນີທີ່ຜົນກວດຈາກສູນວິໄຈອອກມາເປັນບວກ ໃຫ້ຮີບຮ້ອນຈັດຕັ້ງຄະນະສະເພາະກິດເພື່ອຕອບໂຕ້ ແລະ ຄວບຄຸມພະຍາດ ພ້ອມລາຍງານສະພາບການ ແລະ ຄວາມຄືບໜ້າໃຫ້ຂັ້ນເທິງ ແລະ ກົມລ້ຽງສັດ ແລະ ການປະມົງ ຮັບຊາບເປັນແຕ່ລະວັນ.

ອີກມາດຕະການສຳຄັນ ແມ່ນການຄວບຄຸມການເຄື່ອນຍ້າຍໝູ ແລະ ຜະລິດຕະພັນຈາກໝູ ລະຫວ່າງເມືອງ, ລະຫວ່າງແຂວງ ແລະ ຈາກຕ່າງປະເທດ. ພ້ອມໃຫ້ເພີ່ມຈຸດກວດກາ ແລະ ສີດພົ່ນຢາຂ້າເຊື້ອພາຫະນະ ເພື່ອຫຼຸດຄວາມສ່ຽງການແຜ່ເຊື້ອ. ຜູ້ລະເມີດອາດຖືກປັບໃໝ ຫຼື ດຳເນີນຄະດີຕາມກົດໝາຍ.

ພາກສ່ວນກະສິກຳຍັງຈະເລັ່ງເຜີຍແຜ່ຄວາມຮູ້ກ່ຽວກັບພະຍາດ ໃຫ້ຊາວກະສິກອນ ແລະ ຜູ້ຄ້າຂາຍໝູ ພ້ອມແນະນຳໃຫ້ຟາມຍົກສູງມາດຕະການຊີວະພາບ ເຊັ່ນ ສ້າງຮົ້ວອ້ອມຟາມ, ຈຳກັດສັດພາຫະນະນຳເຊື້ອ, ຈັດຈຸດຂ້າເຊື້ອທາງເຂົ້າຟາມ, ຈຳກັດການເຂົ້າ-ອອກຂອງຄົນພາຍນອກ ແລະ ທຳຄວາມສະອາດ-ຂ້າເຊື້ອເປັນປົກກະຕິ.

ພ້ອມກັນນີ້ ຫາກເຈົ້າໜ້າທີ່ພົບການລັກລອບ ຫຼື ລະເມີດການເຄື່ອນຍ້າຍໝູ ແລະ ຜະລິດຕະພັນຈາກໝູ ຈະສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອດຳເນີນມາດຕະການຕາມກົດໝາຍ ໂດຍອາດມີທັງການກ່າວເຕືອນ, ປັບໃໝ ຫຼື ດຳເນີນຄະດີ ຕາມຄວາມໜັກ-ເບົາຂອງກໍລະນີ.

ແຈ້ງການສະບັບນີ້ ຈຶ່ງເນັ້ນໃຫ້ອົງການປົກຄອງເມືອງ-ນະຄອນ ແລະ ພະແນກກະສິກຳ ແລະ ສິ່ງແວດລ້ອມ ເລັ່ງເຜີຍແຜ່ໃຫ້ທຸກພາກສ່ວນຮັບຊາບ ແລະ ຮ່ວມກັນປະຕິບັດມາດຕະການປ້ອງກັນ-ຄວບຄຸມພະຍາດຢ່າງເຂັ້ມງວດ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles