ບັນຫາພະຍາດໄຂ່ຫຼັງຊຸດໂຊມ ຖືເປັນໜຶ່ງໃນຫົວຂໍ້ສຳຄັນທີ່ສັງຄົມໃຫ້ຄວາມສົນໃຈເປັນຢ່າງຍິ່ງ ເນື່ອງຈາກມີຈຳນວນຜູ້ເຈັບເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ

ໃນປັດຈຸບັນ, ບັນຫາພະຍາດໄຂ່ຫຼັງຊຸດໂຊມ ຖືເປັນໜຶ່ງໃນຫົວຂໍ້ສຳຄັນທີ່ສັງຄົມໃຫ້ຄວາມສົນໃຈເປັນຢ່າງຍິ່ງ ເນື່ອງຈາກມີຈຳນວນຜູ້ເຈັບເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ.

ທ່ານໝໍ ຈັນມາລີ ແກ້ວມະນີ ຫົວໜ້າພະແນກໄຂ່ຫຼັງ ໂຮງໝໍມິດຕະພາບ ແລະ ເປັນປະທານສະມາຄົມແພດໄຂ່ຫຼັງລາວ ໄດ້ໃຫ້ສຳພາດຕໍ່ໂທລະພາບແຫ່ງຊາດລາວວ່າ:

1.​ ພະຍາດໄຂ່ຫຼັງຊຸດໂຊມ ໝາຍເຖິງ ພາວະທີ່ການເຮັດວຽກຂອງໄຂ່ຫຼັງຫຼຸດລົງ ຊຶ່ງມີສາເຫດຫຼັກໆ ມາຈາກ:

ພະຍາດປະຈຳຕົວ: ໂດຍສະເພາະ ພະຍາດເບົາຫວານ ແລະ ຄວາມດັນເລືອດສູງ ຊຶ່ງເປັນສາເຫດອັນດັບຕົ້ນໆ.

ການເກີດໜິ້ວ ແລະ ການໃຊ້ຢາ: ຜູ້ທີ່ມີບັນຫາໜິ້ວໃນລະບົບຍ່ຽວ ຫຼື ມັກຊື້ຢາແກ້ປວດມາກິນເອງເປັນປະຈຳ.

ການໃຊ້ຢາທີ່ບໍ່ຮູ້ແຫຼ່ງທີ່ມາ: ການກິນຢາທີ່ບໍ່ໄດ້ຮັບການຮັບຮອງຜົນຢ່າງຊັດເຈນ ກໍເປັນອີກໜຶ່ງສາເຫດສຳຄັນ.

2​. ອາການເບື້ອງຕົ້ນ ແລະ ກຸ່ມສ່ຽງ

ພະຍາດນີ້ສາມາດພົບໄດ້ໃນທຸກກຸ່ມອາຍຸ ໂດຍສະເພາະຜູ້ທີ່ມີພະຍາດປະຈຳຕົວແຕ່ບໍ່ໄດ້ຮັບການຄວບຄຸມຢ່າງໃກ້ຊິດ.

ກຸ່ມທີ່ມີອາການສະແດງ: ມັກມີອາການບວມ, ນ້ຳຍ່ຽວມີຟອງເພີ່ມຂຶ້ນຜິດປົກກະຕິ, ຄວາມດັນເລືອດສູງ, ອ່ອນເພຍງ່າຍ, ເຈັບປວດຕາມຮ່າງກາຍ, ຍ່ຽວບໍ່ໄດ້ ຫຼື ຍ່ຽວເປັນເລືອດ.

ກຸ່ມທີ່ຍັງບໍ່ມີອາການຊັດເຈນ: ເຖິງແມ່ນຍັງບໍ່ສະແດງອາການ, ແຕ່ຜູ້ທີ່ມີຄວາມສ່ຽງຄວນໄດ້ຮັບການກວດສຸຂະພາບປະຈຳປີ ເພື່ອຄົ້ນຫາຄວາມຜິດປົກກະຕິຕັ້ງແຕ່ເນີ້ນໆ.

3. ແນວທາງການປິ່ນປົວ ແລະ ການປ່ຽນຖ່າຍໄຂ່ຫຼັງ​ ການປິ່ນປົວຈະແບ່ງຕາມລະດັບຄວາມຮຸນແຮງ:

ຊ້ຳເຮື້ອ ແລະ ກະທັນຫັນ: ຖ້າເປັນແບບຊຳເຮື້ອແມ່ນເນັ້ນການຊະລໍຄວາມເສື່ອມ ຜ່ານການປ່ຽນແປງພຶດຕິກຳ (ຫຼຸດເຄັມ) ແລະ ກິນຢາຕາມທ່ານໝໍແນະນຳ; ສ່ວນແບບກະທັນຫັນ ຖ້າກວດພົບໄວສາມາດກັບຄືນສູ່ສະພາບປົກກະຕິໄດ້.

ການຟອກເລືອດ (Dialysis): ສໍາລັບກຸ່ມໄລຍະສຸດທ້າຍ ມີທັງທາງເລືອກຟອກເລືອດດ້ວຍເຄື່ອງຈັກໄຂ່ຫຼັງທຽມ ແລະ ຟອກເລືອດຜ່ານຜົ້ງທ້ອງ (PD) ຊຶ່ງໂຮງໝໍມິດຕະພາບມີຄວາມພ້ອມໃຫ້ບໍລິການ.

ການປ່ຽນຖ່າຍໄຂ່ຫຼັງ: ຖືເປັນຄວາມສຳເລັດອັນຍິ່ງໃຫຍ່ຂອງໂຮງໝໍມິດຕະພາບ ທີ່ໄດ້ຮ່ວມມືກັບໂຮງໝໍມາທິບໍດີ ປະເທດໄທ ໃນການຜ່າຕັດປ່ຽນຖ່າຍໄຂ່ຫຼັງສຳເລັດມາແລ້ວຫຼາຍກໍລະນີ (ລວມເຖິງການປ່ຽນຈາກສາຍຍາດ ເຊັ່ນ: ພໍ່ສູ່ລູກ ຫຼື ອ້າຍ/ເອື້ອຍສູ່ນ້ອງ) ພາຍໃຕ້ມາດຕະຖານຄວາມປອດໄພສູງສຸດ.

​ຄຳແນະນຳຈາກທ່ານໝໍ: ການປ້ອງກັນແມ່ນດີກວ່າການແກ້ໄຂ! ຄວນໝັ່ນກວດສຸຂະພາບປະຈຳປີ, ຄວບຄຸມພະຍາດປະຈຳຕົວຢ່າງເຂັ້ມງວດ ແລະ ຫຼີກລ່ຽງການຊື້ຢາ ຫຼື ຢາສະຫມຸນໄພມາກິນເອງໂດຍບໍ່ມີຄຳແນະນຳຈາກໝໍ.

ສຳລັບຜູ້ທີ່ສົນໃຈ ຫຼື ຕ້ອງການກວດປະເມີນສຸຂະພາບໄຂ່ຫຼັງ ສາມາດເຂົ້າຮັບການກວດໄດ້ທີ່ ໂຮງໝໍມິດຕະພາບ, ໂດຍສະເພາະໃນວັນຈັນ ແລະ ວັນພະຫັດ ຂອງທຸກໆອາທິດ.

ທີ່ມາ: ໂທລະພາບແຫ່ງຊາດລາວ

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles