ສິ້ນສຸດໄລຍະຜ່ອນຜັນ! ດີເດ 1 ຕຸລາ 2026 ນີ້ ຢາສູບທຸກຊອງໃນລາວ ຕ້ອງພິມຮູບພາບຄຳເຕືອນສຸຂະພາບແບບໃໝ່

ກະຊວງສາທາລະນະສຸກ ໄດ້ອອກແຈ້ງການຢ່າງເປັນທາງການ ເພື່ອຢຸດຕິໄລຍະເວລາຜ່ອນຜັນໃຫ້ແກ່ບັນດາຜູ້ປະກອບການ ພ້ອມທັງປະກາດບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ.

ນັບແຕ່ວັນທີ 01 ຕຸລາ 2026 ເປັນຕົ້ນໄປ, ຢາສູບທຸກຊອງ ແລະ ທຸກຕຸດ ທີ່ວາງຈຳໜ່າຍໃນທົ່ວປະເທດລາວ ແມ່ນຈະຕ້ອງໄດ້ພິມຮູບພາບຄຳເຕືອນສຸຂະພາບ ແລະ ສະຫຼາກຜະລິດຕະພັນຢາສູບແບບອຸດສາຫະກຳ ໃຫ້ຖືກຕ້ອງ ແລະ ຄົບຖ້ວນ. ຕະຫຼອດໄລຍະເວລາ 2 ປີກວ່າ ຫຼື ລວມທັງໝົດ 843 ວັນ ທີ່ຜ່ານມາ, ທາງພາກລັດໄດ້ເປີດໂອກາດໃຫ້ບັນດາຫົວໜ່ວຍທຸລະກິດ, ຜູ້ຜະລິດຢາສູບພາຍໃນ ແລະ ຜູ້ນຳເຂົ້າ ໄດ້ມີເວລາປັບຕົວ ແລະ ກະກຽມຄວາມພ້ອມໃນການພິມສະຫຼາກ ຕາມຂໍ້ຕົກລົງສະບັບເລກທີ 1090/ສທ.

ມາຮອດປັດຈຸບັນ, ໄລຍະເວລາດັ່ງກ່າວໄດ້ສິ້ນສຸດລົງແລ້ວ ແລະ ເພື່ອຮັບປະກັນໃຫ້ການຄຸ້ມຄອງລັດດ້ວຍກົດໝາຍ ມີຄວາມສັກສິດ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ຈຶ່ງກ້າວເຂົ້າສູ່ໄລຍະການບັງຄັບໃຊ້ຢ່າງເຕັມຮູບແບບ. ສໍາລັບມາດຕະການຕໍ່ຜູ້ລະເມີດ ແມ່ນຈະບໍ່ມີການດໍາເນີນການແບບປະນີປະນອມອີກຕໍ່ໄປ !!! ຫຼັງຈາກວັນທີກຳນົດ, ຫາກເຈົ້າໜ້າທີ່ກວດກາພົບເຫັນການວາງຈຳໜ່າຍຜະລິດຕະພັນຢາສູບ ທີ່ບໍ່ປະຕິບັດຕາມມາດຕະຖານການຫຸ້ມຫໍ່ທີ່ລະບຸໄວ້, ຈະມີການດໍາເນີນມາດຕະການປັບໄໝຢ່າງເດັດຂາດ.

ນອກຈາກນີ້, ຍັງຈະມີການນຳໃຊ້ມາດຕະການອື່ນໆ ຕາມດຳລັດສະບັບເລກທີ 09/ລບ ທີ່ປະກາດໃຊ້ໃນເດືອນມັງກອນ 2026 ຕື່ມອີກ. ນີ້ຖືເປັນບາດກ້າວສຳຄັນຂອງຂະແໜງສາທາລະນະສຸກ ໃນການຍົກລະດັບມາດຕະຖານການຄວບຄຸມຢາສູບ ເພື່ອປົກປ້ອງສຸຂະພາບຂອງປະຊາຊົນລາວ. ດັ່ງນັ້ນ, ບັນດາຮ້ານຄ້າ ແລະ ຕົວແທນຈຳໜ່າຍທົ່ວປະເທດ ຕ້ອງໄດ້ເລັ່ງກວດກາສິນຄ້າຂອງຕົນ ແລະ ຮັບປະກັນວ່າຜະລິດຕະພັນທີ່ນຳມາວາງຂາຍນັ້ນ ຖືກຕ້ອງຕາມລະບຽບການໃໝ່, ເພາະຖ້າຫາກຍັງຝືນຂາຍຢາສູບທີ່ບໍ່ມີຮູບພາບຄຳເຕືອນແບບເກົ່າ ອາດຈະປະເຊີນກັບການຖືກປັບໄໝທີ່ບໍ່ຄຸ້ມຄ່າກັບລາຍຮັບຢ່າງແນ່ນອນ.

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles