ເພື່ອສືບຕໍ່ຍົກລະດັບຜົນການຮຽນຂອງນັກຮຽນຊັ້ນປະຖົມ ແລະ ສ້າງຄວາມອາດສາມາດຂອງຄູອາຈານ, ໄຈກາ ແລະ ກະຊວງສຶກສາທິການ ແລະ ກິລາ ໃນຖານະຄູ່ຮ່ວມພັດທະນາ ຈະເລີ່ມຈັດຕັ້ງປະຕິບັດ “ໂຄງການເສີມສ້າງຂີດຄວາມສາມາດດ້ານການສິດສອນ ແລະ ການຮຽນຮູ້ວິຊາຄະນິດສາດ ຊັ້ນປະຖົມສຶກສາ ຫຼື iTEAM3” ໄວໆນີ້.
ເຊິ່ງ ໃນວັນທີ 10 ກັນຍາ 2026 ທີ່ຜ່ານມາ ທີ່ ກະຊວງສຶກສາທິການ ແລະ ກິລາ ໄດ້ມີພິທີລົງນາມບົດບັນທຶກໂຄງການດັ່ງກ່າວ ໂດຍມີ ທ່ານ ປອ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ແລະ ທ່ານ ໂຄບາຢາຊິ ມິຢາໂກະ ຫົວໜ້າອົງການໄຈກາ ປະຈຳລາວ ເປັນຜູ້ລົງນາມ, ແລະ ມີຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ໂຄງການ iTEAM3 ຈະໄດ້ປະກອບສ່ວນສຳຄັນເຂົ້າໃນການປ່ຽນຜ່ານລະບົບການສຶກສາໄປສູ່ 6-3-3 ອີກດ້ວຍ ໂດຍສຸມໃສ່ການປັບປຸງຫຼັກສູດວິຊາຄະນິດສາດຊັ້ນປະຖົມ ພ້ອມທັງສືບຕໍ່ໃຫ້ການຊ່ວຍເຫຼືອໃນການຂະຫຍາຍການຈັດຕັ້ງປະຕິບັດກິດຈະກຳເພື່ອການພັດທະນາວິຊາຊີບຄູແບບຕໍ່ເນື່ອງວິຊາຄະນິດສາດຂັ້ນໂຮງຮຽນ.
ທີ່ມາ: JICA Laos -ອົງການຮ່ວມມືສາກົນຍີ່ປຸ່ນ


