ໃນປີ 1995 ສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໄດ້ປະກາດໃຫ້ວັນທີ 16 ກັນຍາ ຂອງທຸກໆປີ ເປັນວັນຮັກສາຊັ້ນໂອໂຊນສາກົນ (International Day for the Preservation of the Ozone Layer) ເພື່ອລຳລຶກເຖິງວັນທີ່ລົງນາມວ່າດ້ວຍສານທຳລາຍໂອໂຊນ (Montreal Protocol) ໃນປີ 1987.
ຊຶ່ງເປັນວັນທີ່ໃຫ້ເຮົາຄຳນຶງເຖິງຊັ້ນບັນຍາກາດຕ່າງໆ ຂອງໂລກ ທີ່ມີໜ້າທີ່ປົກປ້ອງເຮົາຈາກລັງສີຕ່າງໆ ຈາກດວງຕາເວັນ ບໍ່ໃຫ້ເປັນອັນຕະລາຍຕໍ່ສິ່ງທີ່ມີຊີວິດເທິງໂລກໜ່ວຍນີ້ ດ້ວຍເຫດຜົນນີ້ ຈຶ່ງໄດ້ກຳນົດໃຫ້ມີວັນຮັກສາຊັ້ນໂອໂຊນສາກົນ ເພື່ອເປັນການປ້ອງກັນ ແລະ ເບິ່ງແຍງຊັ້ນບັນຍາກາດໂອໂຊນໂລກໃຫ້ຄົງຢູ່ຕະຫຼອດໄປ.
ຈຸດປະສົງຫຼັກໃນການສ້າງຕັ້ງ ວັນຮັກສາຊັ້ນໂອໂຊນສາກົນ:
1. ເພື່ອກະຕຸ້ນໃຫ້ແຕ່ລະປະເທດ ປະຕິບັດຕໍ່ສົນທິສັນຍາ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ.
2. ເພື່ອຊ່ວຍກັນຫຼຸດຜ່ອນການໃຊ້ສານ ຊີ ເອຟ ຊີ ແລະ ສານຮາລອນ ເຊິ່ງເປັນຕົວທຳລາຍບັນຍາກາດໂອໂຊນ ໃນຊັ້ນບັນຍາກາດ.


