ປະກາດຮັບສະໝັກທຶນການສຶກສາລັດຖະບານເກົາຫຼີ ລະດັບປະລິນຍາຕີ (2027 GKS-U)

ກະຊວງສຶກສາທິການເກົາຫຼີ (ສະຖາບັນການສຶກສານານາຊາດແຫ່ງຊາດ- NIIED) ປະກາດຮັບສະໝັກນັກສຶກສາເພື່ອຮັບທຶນ 2027 Global Korea Scholarship for Undergraduate Degrees (GKS-U) ດັ່ງມີລາຍລະອຽດລຸ່ມນີ້:

1) ໂຄຕາ ສຳລັບປະເທດລາວ Embassy Track (ຜ່ານສະຖານທູດ): ທັງໝົດ 2 ທຶນ:

ການສະໝັກຜ່ານສະຖານທູດ (Embassy Track)ແປງອອກເປັນ 2ທາງກໍຄື:

General: ສາມາດເລືອກມະຫາວິທະຍາໄລ Type A ແລະ Type B ໄດ້ສູງສຸດ 3 ແຫ່ງ ໂດຍຕ້ອງມີ Type B ຢ່າງໜ້ອຍ 1 ແຫ່ງ.

R-GKS: ສາມາດເລືອກສະເພາະມະຫາວິທະຍາໄລ Type B ໄດ້ສູງສຸດ 2 ແຫ່ງ.

ສຳລັບ ສປປ ລາວ ໃນປີ 2027 ມີໂຄຕາຜ່ານ Embassy Track ຈຳນວນ 2 ຄົນ: General 1 ຄົນ ແລະ R-GKS 1 ຄົນ. ລາຍລະອຽດກ່ຽວກັບ General ແລະ R-GKS ສາມາດກວດເບິ່ງໄດ້ທີ່ເວັບໄຊທາງການ Study in Korea.

University Track (ຜ່ານມະຫາວິທະຍາໄລ): ຫຼັກສູດ UIC (ຄວາມຮ່ວມມືລະຫວ່າງມະຫາວິທະຍາໄລ-ອຸດສາຫະກຳ) ແລະ ຫຼັກສູດປະລິນຍາຕີຕໍ່ເນື່ອງ (Associate Degree) ຈະບໍ່ມີການແບ່ງໂຄຕາຕາມປະເທດ.

2) ຄຸນສົມບັດ ແລະ ເອກະສານທີ່ຕ້ອງປະກອບ:

ກະລຸນາກວດເບິ່ງລາຍລະອຽດຢູ່ເອກະສານຄັດຕິດ. ກວດເບິ່ງຢູ່ເວັບໄຊ ສະຖານທູດ ສ. ເກົາຫຼີ : https://www.mofa.go.kr/la-en/brd/m_1889/view.do…

3) ການຍື່ນໃບສະໝັກ (Embassy Track):

3.1) ໄລຍະເວລາການສະໝັກ: ວັນອັງຄານ, 15 ກັນຍາ 2026, 11:00 ໂມງ – ວັນພຸດ, 30 ກັນຍາ 2026, 18:00 ໂມງ (ເວລາເວລາມາດຕະຖານເກົາຫຼີ – KST), ສະໝັກຜ່ານລະບົບອອນລາຍ.

ໝາຍເຫດ: ວັນທີ ແລະ ເວລາທັງໝົດແມ່ນອີງຕາມເວລາມາດຕະຖານຢູ່ເຊອຸນ (KST).

3.2) ຂໍ້ຮຽກຮ້ອງດ້ານເອກະສານ: ເອກະສານຕ້ອງຖືກຕ້ອງຕາມຄຳແນະນຳສຳລັບການຄັດເລືອກຮອບທີ 2 (NIIED).

3.3) ວິທີການສະໝັກ: ສຳລັບ Embassy Track ໃຫ້ສະໝັກຜ່ານເວັບໄຊ Study in Korea (ລົງທະບຽນ, ປ້ອນຂໍ້ມູນໃຫ້ຄົບຖ້ວນ, ແລະ ອັບໂຫຼດເອກະສານ) ກະລຸນາເບິ່ງລິ້ງ ກ້ອງຄອມເມັ້ນ

ໝາຍເຫດ: ໃບສະໝັກ University Track ຕ້ອງສົ່ງທາງໄປສະນີ ຫຼື ຍື່ນດ້ວຍຕົນເອງ (ກວດເບິ່ງກຳນົດເວລາສະໝັກຂອງແຕ່ລະມະຫາວິທະຍາໄລ).

ລາຍລະອຽດເພີ່ມຕື່ມ ວິທີການສະໝັກ:  

4) ຂໍ້ມູນອ້າງອີງ:

 ໄປທີ່ເວັບໄຊ Study in Korea Portal : https://www.studyinkorea.go.kr/ -> Scholarships -> GKS Notice. ຜູ້ສະໝັກຕ້ອງກວດເບິ່ງຂໍ້ມູນມະຫາວິທະຍາໄລ (University Information) ທີ່ມີຢູ່ໃນເວັບໄຊ.

 5) ຂໍ້ຄວນລະວັງ:

 ວັນເວລາສຳພາດຈະແຈ້ງໃຫ້ຊາບເປັນລາຍລະບຸກຄົນທີ່ຜ່ານການຄັດເລືອກເອກະສານເທົ່ານັ້ນ.

 ຜູ້ສະໝັກຕ້ອງສະໝັກສະເພາະມະຫາວິທະຍາໄລ ແລະ ພາກວິຊາທີ່ກໍານົດໄວ້ໃນຄູ່ມື University Information ເທົ່ານັ້ນ. ຄູ່ມືຊອກເຫັນໃນລິ້ງ: www.mofa.go.kr

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles