ຍີ່ປຸ່ນ ມີຜູ້ສູງອາຍຸ 100 ປີຂຶ້ນໄປ ທະລຸຫຼັກ 100,000 ຄົນ ເປັນຄັ້ງທຳອິດໃນປະຫວັດສາດ

ວັນທີ 15 ກັນຍາ 2026 — ກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການຂອງຍີ່ປຸ່ນ ໄດ້ເປີດເຜີຍຂໍ້ມູນຢ່າງເປັນທາງການວ່າ: ນັບຮອດວັນທີ 1 ກັນຍາ 2026, ປະເທດຍີ່ປຸ່ນມີຈຳນວນຜູ້ເຖົ້າທີ່ມີອາຍຸ 100 ປີຂຶ້ນໄປ ທັງໝົດ 107,677 ຄົນ

ຖືວ່າເປັນຄັ້ງທຳອິດໃນປະວັດສາດທີ່ຕົວເລກນີ້ທະລຸຫຼັກ 100,000 ຄົນ, ແລະ ຍັງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນ ປີທີ 56 ຕິດຕໍ່ກັນ.

ຂໍ້ມູນ ແລະ ຕົວເລກທີ່ໜ້າສົນໃຈ:

ຜູ້ຍິງກວມເອົາສ່ວນຫຼາຍ: ມີເຖິງ 94,298 ຄົນ (ຄິດເປັນ 87.6% ຂອງຜູ້ອາຍຸ 100 ປີຂຶ້ນໄປທັງໝົດ).

ຈຳນວນເພີ່ມຂຶ້ນ: ເພີ່ມຂຶ້ນ 7,914 ຄົນ ເມື່ອທຽບໃສ່ປີ 2025.

ຜູ້ທີ່ຈະມີອາຍຸຄົບ 100 ປີໃນປີນີ້: ມີເຖິງ 54,294 ຄົນ (ຈະໄດ້ຮັບຈົດໝາຍອວຍພອນ ແລະ ຈອກເງິນຈາກນາຍົກລັດຖະມົນຕີ).

ຜູ້ທີ່ມີອາຍຸຍືນທີ່ສຸດໃນຍີ່ປຸ່ນ:

ຜູ້ຍິງ: ທ່ານນາງ ຟູໂຢະ ກິຊິໂມໂຕະ (Fuyo Kishimoto) ອາຍຸ 114 ປີ (ອາໄສຢູ່ເມືອງກຽວໂຕ).

ຜູ້ຊາຍ: ທ່ານ ຮິຄາຣຸ ຄາໂຕ (Hikaru Kato) ອາຍຸ 112 ປີ (ອາໄສຢູ່ແຂວງຄຸມາໂມໂຕ).

ແຂວງທີ່ມີສັດສ່ວນຜູ້ອາຍຸ 100 ປີຫຼາຍທີ່ສຸດ (ຕໍ່ປະຊາກອນ 100,000 ຄົນ):

ແຂວງ ຊິມາເນະ (Shimane): 186.65 ຄົນ (ຄອງອັນດັບ 1 ເປັນປີທີ 14 ຕິດຕໍ່ກັນ).​

ແຂວງ ໂຄຈິ (Kochi): 169.52 ຄົນ.

ແຂວງ ຕອດໂທຣິ (Tottori): 152.48 ຄົນ.

(ສະເລ່ຍທົ່ວປະເທດຍີ່ປຸ່ນມີຜູ້ອາຍຸ 100 ປີຂຶ້ນໄປ 87.51 ຄົນ ຕໍ່ປະຊາກອນ 100,000 ຄົນ).

ແລ້ວເປັນຫຍັງຄົນຍີ່ປຸ່ນຈຶ່ງອາຍຸຍືນ?

ຜູ້ຊ່ຽວຊານລະບຸວ່າ ປັດໄຈຫຼັກທີ່ເຮັດໃຫ້ຄົນຍີ່ປຸ່ນມີອາຍຸຍືນ (ອາຍຸໄຂສະເລ່ຍຜູ້ຍິງ 87.33 ປີ / ຜູ້ຊາຍ 81.35 ປີ) ມາຈາກ:

ອາຫານການກິນ: ເນັ້ນອາຫານສຸຂະພາບ, ອັດຕາພະຍາດຕຸ້ຍຕໍ່າ.

ລະບົບສາທາລະນະສຸກ: ມີການບໍລິການທາງການແພດທີ່ທົ່ວເຖິງ ແລະ ມີປະສິດທິພາບ.

ການດູແລສຸຂະພາບ: ລັດຖະບານມຸ່ງເນັ້ນນະໂຍບາຍສົ່ງເສີມ “ອາຍຸໄຂສຸຂະພາບດີ” (Healthy Lifespan) ເພື່ອໃຫ້ຜູ້ເຖົ້າໃຊ້ຊີວິດຢ່າງມີຄຸນນະພາບ.

ແຫຼ່ງຂໍ້ມູນອ້າງອີງ: Vietnam.vn

Ministry of Health, Labour and Welfare of Japan

Related Articles

LEAVE A REPLY

Please enter your comment!
Please enter your name here

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles