ເຕືອນໄພສາຍກິນເຫັດ! ຊາວລາວຫຼາຍຄົນອາດຈະເຄີຍໄດ້ຍິນຜູ້ເຖົ້າຜູ້ແກ່ບອກຕໍ່ໆກັນມາວ່າ: “ເວລາຕົ້ມແກງເຫັດປ່າ ໃຫ້ໂຍນເມັດເຂົ້າສານ, ບ່ວງເງິນ, ຫຼື ຫົວຜັກທຽມລົງໄປນໍາ. ຖ້າສິ່ງເຫຼົ່ານັ້ນປ່ຽນເປັນສີດໍາສະແດງວ່າມີເຫັດເບື່ອ”.
ຄວາມຈິງແມ່ນ: ວິທີນີ້ “ບໍ່ມີພື້ນຖານທາງວິທະຍາສາດ” ແລະ ເປັນຄວາມເຊື່ອທີ່ອັນຕະລາຍຫຼາຍ ຜູ້ຊ່ຽວຊານດ້ານເຫັດວິທະຍາ ແລະ ອົງການອະນາໄມໂລກໄດ້ຢືນຢັນເປັນສຽງດຽວກັນວ່າ ສານພິດໃນເຫັດສ່ວນໃຫຍ່ ບໍ່ປະຕິກິລິຍາກັບແປ້ງໃນເຂົ້າສານ ຫຼື ເງິນ ແຕ່ຢ່າງໃດ.
ສານພິດໃນເຫັດບໍ່ມີຜົນຕໍ່ແປ້ງ: ສານພິດທີ່ອັນຕະລາຍທີ່ສຸດໃນເຫັດເຊັ່ນ ອາໂມທັອກຊິນ ທີ່ພົບໃນເຫັດໝວກເຫຼັກ ຫຼື ເຫັດລະໂມກຫີນ ບໍ່ມີຄຸນສົມບັດໃນການປ່ຽນສີຂອງແປ້ງເຂົ້າສານ ຫຼື ເຮັດໃຫ້ເງິນດຳ.
ການປ່ຽນສີເກີດຈາກກົດກຣາດ: ການທີ່ບ່ວງເງິນ ຫຼື ອາຫານປ່ຽນສີດຳ ເກີດຈາກປະຕິກິລິຍາກັບ ສານຊັນເຟີ ຫຼື ກຣາດກົດທີ່ມີໃນເຫັດບາງຊະນິດ (ເຊິ່ງອາດເປັນເຫັດກິນໄດ້) ບໍ່ແມ່ນເກີດຈາກ “ສານພິດ” ແຕ່ຢ່າງໃດ.
ເຫັດເບື່ອທີ່ອັນຕະລາຍທີ່ສຸດ ກັບບໍ່ເຮັດໃຫ້ສິ່ງໃດປ່ຽນສີ: ເຫັດເບື່ອຫຼາຍຊະນິດທີ່ກິນແລ້ວຕັບຕາຍ ຫຼື ເສຍຊີວິດ ຕົ້ມແລ້ວນ້ຳຊຸບຍັງໃສ, ເຂົ້າສານຍັງຂາວ, ແລະ ມີລົດຊາດແຊບນົວຕາມປົກກະຕິ.
3 ຄວາມເຊື່ອຜິດໆ ກ່ຽວກັບເຫັດເບື່ອທີ່ຕ້ອງຟ້າວເລີກ!
1. ຕົ້ມດົນໆ ຫຼື ຕົ້ມໃສ່ເກືອແລ້ວພິດຈະໝົດໄປ: ສານພິດ Amatoxin ທົນຄວາມຮ້ອນໄດ້ສູງຫຼາຍ ຕົ້ມດົນປານໃດກໍບໍ່ສະລາຍຕົວ.
2. ຖ້າແມງໄມ້ ຫຼື ສັດກິນໄດ້ ຄົນກໍກິນໄດ້: ຮ່າງກາຍຂອງສັດ ແລະ ຄົນ ມີລະບົບຍ່ອຍອາຫານ ແລະ ຄວາມທົນທານຕໍ່ສານພິດບໍ່ຄືກັນ.
3. ເຫັດສີງາມໆເທົ່ານັ້ນທີ່ມີພິດ: ເຫັດເບື່ອທີ່ອັນຕະລາຍທີ່ສຸດໃນໂລກສ່ວນໃຫຍ່ ມີສີຂາວຄ້າຍຄືເຫັດກິນໄດ້ທົ່ວໄປ.
ກົດເຫຼັກໃນການກິນເຫັດປ່າຢ່າງປອດໄພ: “ບໍ່ຮູ້ຈັກຢ່າງແນ່ແທ້ ບໍ່ກິນເດັດຂາດ” ຢ່າສ່ຽງຊີວິດກັບວິທີທົດສອບພື້ນບ້ານ ຖ້າມີອາການຄື້ນໄສ້, ຮາກ, ຖອກທ້ອງຫຼັງກິນເຫັດ ໃຫ້ຟ້າວນຳສົ່ງໂຮງໝໍພ້ອມຕົວຢ່າງເຫັດທີ່ກິນທັນທີ.
ແຫຼ່ງທີ່ມາ: World Health Organization (WHO)


