ຮົງກົງ, 09 ກັນຍາ 2026 — ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ຜູ້ປະຈຳການ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ພາຍໃຕ້ຫົວຂໍ້: “ສົ່ງເສີມການພັດທະນາທີ່ມີຄຸນນະພາບສູງ: ການເລີ່ມຕົ້ນບົນເສັ້ນທາງສາຍໃໝ່” ໂດຍການເປັນປະທານເປີດຂອງ ທ່ານ John LEE Ka-Chiu, ຫົວໜ້າຄະນະຜູ້ບໍລິຫານປະຈຳເຂດປົກຄອງພິເສດຮົງກົງ ຊຶ່ງມີຜູ້ແທນຂັ້ນສູງຈາກພາກລັດ ແລະ ເອກະຊົນ ກວ່າ 80 ປະເທດ ເຂົ້າຮ່ວມຫຼາຍກວ່າ 6,000 ຄົນ.
ໃນພິທີເປີດ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວປາໄສຕີລາຄາສູງຕໍ່ບົດບາດຂອງ ຮົງກົງ ໃນຖານະເປັນ “ຜູ້ເຊື່ອມຕໍ່ພິເສດ” (Super-connector) ແລະ “ຜູ້ເພີ່ມມູນຄ່າພິເສດ” (Super value-adder) ທີ່ຊຸກຍູ້ການຄ້າ-ການລົງທຶນ.
ພ້ອມທັງຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນຂອງ ໂຄງການລົດໄຟ ລາວ-ຈີນ ເຊິ່ງໄດ້ປ່ຽນຕົ້ນທຶນດ້ານພູມສາດຂອງ ສປປ ລາວ ຈາກ ປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ (Land-locked) ໄປສູ່ການເປັນ ປະເທດເຊື່ອມໂຍງ-ເຊື່ອມຈອດພາກພື້ນ (Land-linked), ຊ່ວຍຫຼຸດຄ່າໃຊ້ຈ່າຍ-ເວລາໃນການຂົນສົ່ງ ແລະ ສ້າງລາຍໄດ້ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນຢ່າງເປັນຮູບປະທຳ.
ທ່ານ ຮອງນາຍົກລັດຖະມົນຕີ ສະແດງຄວາມສະໜັບສະໜູນທິດທາງການຮ່ວມມືສີຂຽວ ແລະ ນະວັດຕະກໍາ ເຊິ່ງສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 10 ຂອງ ສປປ ລາວ ໃນ 3 ຄາດໝາຍສູ້ຊົນ:
ສູນກາງໂລຈິສຕິກ: ຍົກລະດັບການເຊື່ອມຈອດພາກພື້ນ ແລະ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງສາກົນ.
ການຫັນເປັນດິຈິຕອນ: ຊຸກຍູ້ເສດຖະກິດດິຈິຕອນຢ່າງຮອບດ້ານ.
ຫຼຸດພົ້ນຈາກ LDC: ເພື່ອໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງໂລ່ງລ່ຽນ ແລະ ຍືນຍົງ.
ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບ ທ່ານ John LEE Ka-Chiu ເພື່ອຫາລືການຊຸກຍູ້ການຄ້າ-ການລົງທຶນ, ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງນັກທຸລະກິດຮົງກົງ, ເຂົ້າຮ່ວມກອງປະຊຸມປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໃນຂົງເຂດພະລັງງານສະອາດ ແລະ ການເງິນ, ພ້ອມທັງຮ່ວມເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມື ລາວ-ຮົງກົງ ອີກຫຼາຍສະບັບ.
ທີ່ມາ: ກະຊວງການຕ່າງປະເທດ


