ຄວນເບິ່ງຄືນບາງຢ່າງໃນງານບຸນຫໍ່ເຂົ້າປະດັບດິນ ວິວັດທະນາການຂອງຫໍ່ເຂົ້າ ຈາກໃບຕອງກ້ວຍສູ່ຖ້ວຍໂຟມ ສ່ວນບຸນທີ່ສ້າງບາບໃຫ້ແກ່ສິ່ງແວດລ້ອມ!

ກໍ່ຄືດັ່ງທີ່ພວກເຮົາ ຮູ້ນຳກັນແລ້ວວ່າ: ບຸນຫໍ່ເຂົ້າປະດັບດິນ ແມ່ນບຸນປະເພນີອັນດີງາມປາງບຸນໜຶ່ງ​ ໃນຮີດ 12 ຄອງ 14 ຂອງຊາວພຸດເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ, ໃນທຸກໆປີພໍຮອດມື້ແຮມ 13 ຄໍ່າ​ ຂອງເດືອນ 9 ລາວ, ຊາວພຸດເຮົາ ກໍຈະໄດ້ພ້ອມກັນຫ້າງຫາກະກຽມເຂົ້າປາ, ອາຫານ, ເຄື່ອງສົ້ມຂອງຫວານ, ເຂົ້າຕົ້ມເຂົ້າໜົມ, ຄຳໝາກ, ກອກຢາ ແລະ ອື່ນໆ ຕາມເງື່ອນໄຂ ຂອງທ້ອງຖິ່ນ, ສ່ວນໜຶ່ງກໍແບ່ງໄວ້ເຮັດພິທີຖະຫວາຍຢູ່ເຮືອນໃຜເຮືອນລາວ ແລະ ອີກສ່ວນໜຶ່ງກໍແມ່ນໄວ້ເພື່ອນຳເຂົ້າວັດຕັກບາດຢາດນໍ້າ ຖວາຍແດ່ພຣະສົງ, ພ້ອມນັ້ນ ສ່ວນໜຶ່ງເພິ່ນກໍຈະແບ່ງໄວ້ ດ້ວຍການຫໍ່ໃສ່ໃບຕອງ, ປະເພນີນີ້ເຮັດສືບຕໍ່ກັນມາແຕ່ບູຮານ ແຕ່ໃນຕອນນີ້ປະເພນີນີ້ກຳລັງມີການປ່ຽນແປງ.

ຜ່ານມາຫຼາຍປີ ຫຼາຍຊົ່ວອາຍຸຄົນ ປະເພນີນີ້ ກໍມີການປັບປ່ຽນ ແລະ ວິວັດທະນາການເພື່ອໃຫ້ແທດເໝາະກັບສັງຄົມຍຸກປັດຈຸບັນທີ່ຕ້ອງການຄວາມວ່ອງໄວ ແລະ ຮຽບງ່າຍ ຈາກເມື່ອກ່ອນທີ່ຫໍ່ເຂົ້າໃຊ້ພຽງແຕ່ໃບຕອງກ້ວຍ ໃນການຫໍ່ ກໍກາຍມາເປັນການໃຊ້ “ກ່ອງໂຟມ” ຫຼື “ຖ້ວຍໂຟມ” ເພື່ອບັນຈຸອາຫານຫວານຄາວ ແລ້ວເອົາໄປຫ້ອຍໃສ່ຫົວໄຮ່ປາຍນາ, ໃສ່ແຄມຮົ່ວແຄມສວນ ຫລື ແຄມວັດ, ປະໄວ້ຕາມທາງ 3 ແຍກ 4 ແຍກ ເຊິ່ງເພິ່ນຖືວ່າ ເປັນສ່ວນບຸນກຸສົນໃຫ້ແກ່ຜູ້ລ່ວງລັບໄປແລ້ວ ທີ່ຂາດທີ່ເພິ່ງພາອາໄສໃຫ້ມາກິນ ມາເອົາ, ແຕ່ເຕັມທີ, ກໍດັ່ງບູຮານເພິ່ນວ່າ: ຜີກິນອາຍ ຄົນບາຍຕ່ອນ, ແຕ່ໃນຕົວຈິງແລ້ວ ມັນບໍ່ເປັນເຊັ່ນນັ້ນ ເພາະສິ່ງຂອງທີ່ນຳໄປປະ ໄປຫ້ອຍໄວ້ນັ້ນແກ່ຍາວໄປ 2 ມື້-3 ມື້ ຫລາຍອັນເກີດກິນເໝັ້ນເນົ່າ, ມີຫລາຍບ່ອນຢູ່ໃກ້ວັດກໍເກີດເປັນເສດອາຫານ ຖິ້ມຊະໄປຢ່າງບໍ່ມີໃຜອະນາໄມ, ໂດຍສະເພາະຢູ່ຕາມແຄມທາງ ຫຼື ກາງທາງສາມແຍກສີ່ແຍກກໍເຕັມແຕ່ສິ່ງເສດເຫລືອຂອງສັງຂະທານເຫລົ່ານັ້ນ ແລະ ທີ່ສຳຄັນຫໍ່ເຂົ້າສຸດແສນໄຮເທັກທີ່ເຮົາເອົາໄປວາງໄວ້ໃຫ້ເຜດ-ຜີ ມາຮັບເອົາ ແລ້ວເຮົາບໍ່ໄດ້ໄປໄລ່ເກັບເສດຖ້ວຍໂຟມທີ່ໃຊ້ນັ້ນຄືນ ແລະ ຖ້ວຍໂຟມກໍບໍ່ສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ. ກາຍເປັນວ່າ ເຮົາສ້າງມົນລະພິດອອກສູ່ສິ່ງແວດລ້ອມຫຼາຍຂຶ້ນ ຖ້າເອົາໄປຢາຍຢູ່ວັດ ກໍສ້າງພາລະໃຫ້ພະສົງເປັນຜູ້ເກັບມ້ຽນ, ຖ້າຢາຍຕາມບ້ານເຮືອນ ຫຼື ສະຖານທີ່ສາທາລະນະກໍເປັນການສ້າງຄວາມຮົກເຮື້ອ ບໍ່ຈົບບໍ່ງາມໃຫ້ແກ່ສັງຄົມ, ເປັນການສ້າງຂີ້ເຫຍື້ອໂດຍທີ່ບໍ່ຄຳນຶງເຖິງຜົນທີ່ຈະຕາມມາ.

ເຮົາຈະປ່ອຍໃຫ້ປະເພນີເກົ່າແກ່ນີ້ພັດທະນາໄປສູ່ດ້ານລົບ ສ້າງຜົນເສຍຕໍ່ສິ່ງແວດລ້ອມ ຫຼື ບໍ່? ອັນນີ້ມັນກໍຂຶ້ນກັບພວກເຮົາທຸກຄົນວ່າຢາກໃຫ້ມັນເປັນໄປທາງໃດ ແລ້ວຕ້ອງໄດ້ຄິດຄືນໃໝ່. ການນຳໃຊ້ວັດສະດຸຈາກທຳມະຊາດ ເຊັ່ນ: ໃບຕອງກ້ວຍ ຍັງມີຈຸດດີທີ່ວ່າ ມັນສາມາດຍ່ອຍສະຫຼາຍໄດ້ເອງຕາມທຳມະຊາດ ແຕ່ການໃຊ້ວັດສະດຸຈາກພລາສະຕິກ ຫຼື ໂຟມ ແມ່ນໄດ້ຮັບຜົນກົງກັນຂ້າມກັນ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles