ຢ່າຕັດສິນໃຜພຽງເພາະເຂົາຕິດເຊື້ອ! ເຂົ້າໃຈໃໝ່ “HIV ບໍ່ແມ່ນ AIDS” ຕິດເຊື້ອໄວ-ປິ່ນປົວໄວ ດຳເນີນຊີວິດຢ່າງມີຄວາມສຸກ.

ການຕິດເຊື້ອ HIV ບໍ່ໄດ້ໝາຍຄວາມວ່າຊີວິດຈົບສິ້ນ! ຄວາມເຂົ້າໃຈຜິດໆ ໃນສັງຄົມມັກຮວມເອົາ HIV ແລະ AIDS (ເອດ) ເປັນສິ່ງດຽວກັນ, ແຕ່ໃນຄວາມເປັນຈິງແລ້ວ HIV ບໍ່ໄດ້ນຳໄປສູ່ການເປັນພະຍາດເອດໂດຍອັດຕະໂນມັດ. ພະຍາດເອດແມ່ນພຽງໄລຍະຮ້າຍແຮງຂອງການຕິດເຊື້ອ ທີ່ມີພະຍາດແຊກຊ້ອນຕ່າງໆ ເຂົ້າມາແທນເທົ່ານັ້ນ.

ເປັນຫຍັງ “HIV ບໍ່ແມ່ນ AIDS”?

* ການກວດພົບໄວແມ່ນກຸນແຈສຳຄັນ: ຖ້າຜູ້ຕິດເຊື້ອໄດ້ຮັບການກວດພົບຕັ້ງແຕ່ໄລຍະເລີ່ມຕົ້ນ ແລະ ເຂົ້າເຖິງການປິ່ນປົວຢ່າງເໝາະສົມ, ເຊື້ອໄວຣັສຈະຖືກຄວບຄຸມໄວ້.

* ດຳເນີນຊີວິດໄດ້ຢ່າງປົກກະຕິ: ຫຼາຍຄົນທີ່ມີເຊື້ອ HIV ສາມາດໃຊ້ຊີວິດ, ເຮັດວຽກ, ແລະ ມີຄວາມສຸກໄດ້ຄືກັບຄົນທົ່ວໄປ ໂດຍທີ່ບໍ່ເຄີຍພັດທະນາໄປເປັນພະຍາດເອດເລີຍ.

* ຢຸດການເລືອກປະຕິບັດ: ການເປີດໃຈ, ບໍ່ລັງກຽດ, ແລະ ໃຫ້ກຳລັງໃຈ ເປັນສິ່ງສຳຄັນທີ່ຈະຊ່ວຍໃຫ້ຜູ້ຕິດເຊື້ອກ້າມາຮັບການກວດ ແລະ ປິ່ນປົວໄດ້ທັນ.

ຮ່ວມກັນປ່ຽນທັດສະນະຄະຕິ, ສ້າງສັງຄົມທີ່ເຕັມໄປດ້ວຍຄວາມເຂົ້າໃຈ, ແລະ ຢຸດການຕ່າງໜ້າ ຫຼື ເລືອກປະຕິບັດຕໍ່ຜູ້ຕິດເຊື້ອ HIV ເພື່ອສຸຂະພາບທີ່ດີຂອງທຸກຄົນ.

ທີ່ມາ: APLPlusLaos

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles