ໃນປີ 2026 ນີ້, ແຂວງຈຳປາສັກສາມາດດຶງດູດນັກທ່ອງທ່ຽວໄດ້ ຫຼາຍກວ່າ 678,000 ເທື່ອຄົນ ແລະ ສ້າງລາຍຮັບເກີນ 110 ລ້ານໂດລາສະຫະລັດ, ບັນລຸເຖິງ 107% ຂອງແຜນການປະຈຳປີ. ຜົນງານດັ່ງກ່າວ ສະທ້ອນໃຫ້ເຫັນເຖິງທ່າແຮງອັນໂດດເດັ່ນຂອງຈຳປາສັກ ໃນການພັດທະນາຂະແໜງການທ່ອງທ່ຽວ ແລະ ສ້າງລາຍຮັບໃຫ້ແກ່ແຂວງ.
ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໃນການພົບປະ ແລະ ແລກປ່ຽນບົດຮຽນດ້ານວຽກງານວັດທະນະທຳ–ການທ່ອງທ່ຽວ ລະຫວ່າງ ພະແນກວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງຈຳປາສັກ ແລະ ແຂວງຄຳມ່ວນ ໃນວັນທີ 3–5 ກັນຍາ 2026 ຜ່ານມາ.
ຄະນະຜູ້ແທນແຂວງຄຳມ່ວນ ນຳໂດຍ ທ່ານ ມະໂນທອງ ພົງສະຫວັດ, ວ່າການຫົວໜ້າພະແນກ ວທ ແຂວງຄຳມ່ວນ ພ້ອມຄະນະນຳ ແລະ ວິຊາການ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບພະແນກ ວທ ແຂວງຈຳປາສັກ ໂດຍມີ ທ່ານ ນາງ ເຕດາວັນ ແກ້ວພິລາວັນ, ຫົວໜ້າພະແນກ ວທ ແຂວງຈຳປາສັກ ພ້ອມຄະນະ ໃຫ້ການຕ້ອນຮັບ.
ການພົບປະຄັ້ງນີ້ ມີເປົ້າໝາຍເພື່ອຮ່ວມກັນຖອດຖອນບົດຮຽນ, ແລກປ່ຽນປະສົບການ ແລະ ຊອກຫາແນວທາງພັດທະນາວຽກງານວັດທະນະທຳ–ການທ່ອງທ່ຽວຂອງສອງແຂວງໃຫ້ມີຄວາມເຂັ້ມແຂງ.
ສຳລັບຈຳປາສັກ ມີທ່າແຮງດ້ານການທ່ອງທ່ຽວຄອບຄຸມ 4 ເຂດໃຫຍ່ ຄື: ເຂດວັດທະນະທຳ–ທຳມະຊາດ, ເຂດມໍລະດົກໂລກວັດພູ, ເຂດພູພຽງບໍລະເວນ ແລະ ເຂດມະຫານະທີສີ່ພັນດອນ.
ສອງຝ່າຍຍັງໄດ້ແລກປ່ຽນບົດຮຽນດ້ານວັດທະນະທຳ ເຊັ່ນ ການສ້າງບ້ານວັດທະນະທຳຕົວແບບ, ການຄຸ້ມຄອງ–ສົ່ງເສີມສິລະປິນ, ການຄຸ້ມຄອງການສະແດງສິລະປະ–ວັນນະຄະດີ, ການອະນຸລັກ–ພັດທະນາມໍລະດົກ ແລະ ການຈັດງານບຸນປະເພນີສຳຄັນ ເຊັ່ນ ງານບຸນນະມັດສະການຜາສາດຫີນວັດພູ.
ດ້ານການທ່ອງທ່ຽວ ມີການແລກປ່ຽນວິທີຄຸ້ມຄອງ ແລະ ຊຸກຍູ້ຜູ້ປະກອບການ ທັງໂຮງແຮມ, ຮ້ານອາຫານ ແລະ ແຫຼ່ງທ່ອງທ່ຽວ, ການເກັບກຳສະຖິຕິນັກທ່ອງທ່ຽວ, ການປະເມີນມາດຕະຖານດອກຈຳປາ ແລະ ລະດັບດາວ ລວມເຖິງການຄຸ້ມຄອງສະມາຄົມທຸລະກິດການທ່ອງທ່ຽວ ແລະ ການຈັດເກັບ–ນຳໃຊ້ເງິນກອງທຶນການທ່ອງທ່ຽວ.
ຂະນະດຽວກັນ, ແຂວງຄຳມ່ວນມີແຫຼ່ງທ່ອງທ່ຽວໂດດເດັ່ນ 210 ແຫ່ງ, ໂດຍສະເພາະແຫຼ່ງທ່ອງທ່ຽວທຳມະຊາດ ແລະ ແຫຼ່ງປະຫວັດສາດ–ອາລິຍະທຳສີໂຄດຕະບອງ. ໃນໄລຍະ 6 ເດືອນຜ່ານມາ, ຄຳມ່ວນມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມແລ້ວ ຫຼາຍກວ່າ 359,000 ເທື່ອຄົນ.
ທີ່ມາ: ຂ່າວເສດຖະກິດສັງຄົມ


