ບໍລິສັດ ເບຍລາວ ຈຳກັດ ຮ່ວມສືບສານປະເພນີ ບຸນຊ່ວງເຮືອ ເດືອນເກົ້າ ທີ່ນະຄອນ ຫຼວງພະບາງ ມູນຄ່າກວ່າ 879 ລ້ານກີບ

ເມື່ອວັນທີ 20 ສິງຫາ 2026, ຢູ່ທີ່ ຫ້ອງປະຊຸມຫ້ອງວ່າການ ນະຄອນ ຫຼວງພະບາງ, ບໍລິສັດ ເບຍລາວ ຈຳກັດ ໄດ້ເຂົ້າຮ່ວມ ພິທີມອບ-ຮັບ ການອຸປະຖຳຢ່າງເປັນທາງການ ໃຫ້ກັບ ຄະນະກຳມະການຈັດງານບຸນປະເພນີ ບຸນຫໍ່ເຂົ້າປະດັບດິນ ຫຼື ບຸນຊ່ວງເຮືອ ເດືອນເກົ້າ ປະຈຳປີ ພສ 2569 ຄສ 2026 ຢູ່ຍື່ງນ້ຳຄານ ນະຄອນ ຫຼວງພະບາງ ດ້ວຍມູນຄ່າລວມ 879,000,000 ກີບ.

ຕາງໜ້າ ບໍລິສັດ ເບຍລາວ ຈຳກັດ ມອບໂດຍທ່ານ ແຂກ ສຸກສະຫວັນ, ຜູ້ຈັດການພາກເຫນືອຕອນກາງ ແລະ ໃຫ້ກຽດຮັບໂດຍທ່ານ ສະເຫວີຍ ສິລາວັນ, ປະທານຄະນະກຳມະານປົກຄອງນະຄອນຫລວງພະບາງ.

ການສະໜັບສະໜູນໃນຄັ້ງນີ້ ເປັນໜຶ່ງໃນຄວາມມຸ່ງໝັ້ນຂອງ ບໍລິສັດ ເບຍລາວ ຈຳກັດ ທີ່ຢືນຄຽງຄູ່ກັບສັງຄົມລາວມາເປັນເວລາກວ່າເຄິ່ງສັດຕະວັດ ເພື່ອຮ່ວມສົ່ງເສີມ, ສືບສານ ແລະ ປົກປັກຮັກສາ ວັດທະນະທຳ-ປະເພນີອັນດີງາມຂອງຊາດ ກໍຄືຂອງ ນະຄອນ ຫຼວງພະບາງ ເຊິ່ງເປັນເມືອງມໍລະດົກໂລກ ໃຫ້ມີຄວາມຄຶກຄື້ນ, ຍິ່ງໃຫຍ່ ແລະ ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມ ທັງເປັນການຊຸກຍູ້ ກິດຈະກຳການແຂ່ງຂັນເຮືອຊ່ວງ ຢູ່ແຄມນ້ຳຄານ ໃຫ້ດຳເນີນໄປຢ່າງມີບັນຍາກາດຟົດຟື້ນ ແລະ ເຕັມໄປດ້ວຍຄວາມມ່ວນຊື່ນ.

ບໍລິສັດເບຍລາວ ໄດ້ເປັນສ່ວນໜຶ່ງໃນການຮັກສາອັດຕະລັກຄວາມເປັນລາວ ແລະ ເຕີບໂຕຄຽງຂ້າງສັງຄົມລາວຢ່າງແທ້ຈິງ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles